ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຂ່ຳນັບປະທານປະເທດ ສ.ກູບາ

ກ.ຍ. 8, 2025

(ສພຊ) – ວັນທີ 7 ກັນຍາຜ່ານມາ, ສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດກູບາ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປລາວ ລະຫວ່າງວັນທີ 6-7 ກັນຍາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປລາວ ຂອງສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສໍາຄັນທີ່ສຸດໃນການເສີມຂະຫຍາຍຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ພ້ອມທັງຕີລາຄາສູງຕໍ່ການນໍາພາຂອງພັກກອມມູນິດກູບາ ໃນການນໍາພາປະຊາຊົນ ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດກູບາ ແລະ ນໍາພາສ້າງສາພັດທະນາປະເທດຢ່າງຕໍ່ເນື່ອງ; ປະຊາຊົນລາວ ມີຄວາມປິຕິຍິນດີ ແລະ ພາກພູມໃຈ ທີ່ເຫັນສາຍພົວພັນຮ່ວມມື ລາວ-ກູບາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ສະແດງອອກໃນການແລກປ່ຽນ ຢ້ຽມຢາມການນໍາຂັ້ນສູງຂອງສອງປະເທດ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍຕາມ ແຕ່ຍັງໄປມາຫາສູ່ກັນປົກກະຕິ, ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ສະຫາຍ ຈະເລີນ ເຍຍປາວເຮີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນກູບາ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາປະເທດຊາດໃນປັດຈຸບັນ ພ້ອມທັງລາຍງານການພົວພັນຮ່ວມມືລະຫວ່າງສະມາຄົມມິດຕະພາບ ລາວ-ກູບາ, ກູບາ-ລາວ ແລະ ການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາໂດຍຫຍໍ້ ໃຫ້ປະທານປະເທດກູບາ ຮັບຊາບ.

ສະຫາຍ ມີເກນ ດີເອັດຊ໌-ກາແນນ ເບີຣມູເດັດຊ໌ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສະຫາຍ ຈະເລີນ ເຍຍປາວເຮີ ທີ່ໄດ້ນໍາພາຄະນະ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືຮອບດ້ານລະຫວ່າງ ສ.ກູບາ ແລະ ສປປລາວ ໂດຍສະເພາະການພົວພັນຮ່ວມມືລະຫວ່າງສະມາຄົມມິດຕະພາບ ກູບາ-ລາວ, ລາວ-ກູບາ ໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດໃນຫຼາຍດ້ານ; ສອງສະມາຄົມໄດ້ມີກົນໄກການປະສານງານ, ພົບປະແລກປ່ຽນ, ໄປມາຫາສູ່, ມີການປະສານສົມທົບ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ.

(ຂ່າວ: ທະນູທອງ, ພາບ: ອ່າຍຄຳ)