ປະທານສະພາແຫ່ງຊາດ ຮັບການເຂົ້າຢ້ຽມຂ່ຳນັບຂອງປະທານສຳນັກງານກວດສອບແຫ່ງຊາດມົງໂກລີ

ກ.ພ. 17, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນອັງຄານທີ 11 ກຸມພາຜ່ານມາ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊັກຈາວ ເຕເລັກ ປະທານສໍານັກງານກວດສອບແຫ່ງຊາດມົງໂກລີ ພ້ອມດ້ວຍຄະນະ.
ທ່ານ ປອ. ໄຊສົມພອນ ພົວວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບທ່ານ ຊັກຈາວ ເຕເລັກ ພ້ອມດ້ວຍຄະນະ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ, ໃນເດືອນກັນຍາທີ່ຈະມາເຖິງນີ້ ການສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ກໍຈະຄົບຮອບ 63 ປີ (12/9/1962-12/9/2025) ເຊິ່ງສອງປະເທດໄດ້ມີການພົວພັນຮ່ວມມືກັນຢ່າງໃກ້ຊິດ ແລະ ເປັນປົກກະຕິ ບົນຫຼັກການສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ; ພິເສດ, ໃນປີ 2023 ທ່ານ ຄູເຣລສຸກຄ໌ ໂອຄະນາ (U. Khurelsukh) ປະທານາທິບໍດີມົງໂກລີ ໄດ້ຢ້ຽມຢາມລັດຖະກິດທີ່ ສປປລາວ ແລະ ໃນປີ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ໄດ້ຢ້ຽມຢາມທາງລັດຖະກິດທີ່ມົງໂກລີ. ນອກຈາກນັ້ນ, ສອງປະເທດຍັງໄດ້ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ອັນພົ້ນເດັ່ນແມ່ນການຮ່ວມມືໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ກະສິກຳ-ລ້ຽງສັດ.
ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ແຫ່ງມົງໂກລີ ໄດ້ມີການພົວພັນຮ່ວມມືນຳກັນເປັນຢ່າງດີ ແລະ ຕໍ່ເນື່ອງໃນຫຼາຍລະດັບ ບົນພື້ນຖານການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທີ່ໄດ້ລົງນາມໃນປີ 2023; ສອງອົງການນິຕິບັນຍັດ ໄດ້ມີການໄປມາຫາສູ່ ແລະ ແລກປ່ຽນຄະນະຜູ້ແທນນໍາກັນ ເປັນຕົ້ນແມ່ນການນຳຂັ້ນສູງ, ຂັ້ນກໍາມາທິການ, ຄະນະມິດຕະພາບລັດຖະສະພາ ແລະ ຂັ້ນຕ່າງໆ. ພິເສດ, ໃນເດືອນຕຸລາ 2023, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະກັບການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງມົງໂກລີ, ຮອງປະທານສະພາແຫ່ງຊາດລາວ ໄດ້ໄປຢ້ຽມຢາມມອບໂຕະ-ຕັ່ງ ເປັນຂອງຂວັນໃຫ້ແກ່ສະພາຄູຣານໃຫຍ່ ພາຍຫຼັງທີ່ມີການເພີ່ມຈໍານວນສະມາຊິກ ເປັນ 126 ທ່ານ ໃນປີ 2024 ຜ່ານມາ, ຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ແລະ ເລຂາທິການໃຫຍ່ສະພາຄູຣານໃຫຍ່ແຫ່ງມົງໂກລີ ກໍໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີລະຫວ່າງສອງປະເທດ ກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ມົງໂກລີ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ; ພ້ອມກັນນີ້, ສອງອົງການນິຕິບັນຍັດ ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນໃນກອງປະຊຸມແບບທາງໄກ, ແລກປ່ຽນສານຊົມເຊີຍ, ສານອວຍພອນໃນໂອກາດວັນສຳຄັນຂອງຊາດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ທ່ານ ຊັກຈາວ ເຕເລັກ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານປະທານສະພາແຫ່ງຊາດ ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນການເຄື່ອນໄຫວວຽກງານຂອງສຳນັກງານກວດສອບແຫ່ງຊາດມົງໂກລີ ໃຫ້ຮັບຊາບ; ລາຍງານຜົນສໍາເລັດການພົບປະສອງຝ່າຍກັບປະທານອົງການກວດສອບແຫ່ງລັດໃນຕອນເຊົ້າຂອງວັນດຽວກັນ ເຊິ່ງສອງຝ່າຍໄດ້ຮ່ວມກັນລົງນາມໃສ່ບົດບັດທຶກຄວາມເຂົ້າໃຈລະຫວ່າງສຳນັກງານກວດສອບແຫ່ງຊາດມົງໂກລີ ແລະ ອົງການກວດສອບແຫ່ງລັດ ສປປລາວ ເຊິ່ງຈະເປັນນິຕິກໍາທີ່ເປັນບ່ອນອີງທີ່ດີເພື່ອເສີມຂະຫຍາຍການຮ່ວມມື, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາວຽກງານວິຊາສະເພາະໃຫ້ເຂັ້ມແຂງຍິ່ງໆຂຶ້ນ.