(ສພຊ) – ຕອນບ່າຍວັນອັງຄານທີ 12 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ພົບປະກັບທ່ານ ລູໂບເມຍ ອັນດຣາສຊີ (L’ubomir Andrassy) ປະທານອົງການກວດສອບແຫ່ງລັດ ສ.ສະໂລວັກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 11-14 ພະຈິກ 2024.

ທ່ານ ລູໂບເມຍ ອັນດຣາສຊີ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງປະທານສະພາແຫ່ງຊາດ ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດສະໂລວັກ ແລະ ລາຍງານໂດຍຫຍໍ້ການຮ່ວມມືກັບອົງການກວດສອບແຫ່ງລັດ ສປປລາວ ໃນໄລຍະຜ່ານມາ ເຊິ່ງການມາເຄື່ອນໄຫວວຽກງານທາງການຄັ້ງນີ້, ນອກຈາກພົບປະສອງຝ່າຍແລ້ວ, ຍັງມີກອງປະຊຸມແລກປ່ຽນບົດຮຽນໃນ 2 ຫົວຂໍ້: ການພັດທະນາດ້ານບຸກຄະລາກອນ ແລະ ການຈັດຕັ້ງປະຕິບັດຄຳແນະນຳການກວດສອບ.
ສປປລາວ ແລະ ສ.ສະໂລວັກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 05 ກັນຍາ 1962.
(ອານຸສອນ ພູມມີທອນ)