ປະທານສະພາແຫ່ງຊາດ ພົບປະຜູ້ມີສິດເລືອກຕັ້ງຢູ່ ມຊ

ມ.ຖ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນພຸດທີ 26 ມີນານີ້ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນຳໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໂດຍການຕ້ອນຮັບຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ເຂົ້າຮ່ວມມີບັນດາການນຳຂັ້ນສູງ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງ ສສກ, ມຊ, ສະຖາບັນການສຶກສາ ແລະ ສະມາຄົມການສຶກສາພາກເອກະຊົນ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດລາວ.
ພາຍຫຼັງທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ລາຍງານຫຍໍ້ສະພາບລວມຂອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ; ບັນດາທ່ານ ສສຊ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສປນວ ຊຸດທີ II ແນໃສ່ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຜົນສໍາເລັດຂອງສອງກອງປະຊຸມດັ່ງກ່າວ. ຈາກນັ້ນ, ໄດ້ຮັບຟັງຄຳຄິດຄຳເຫັນ, ຄຳສະເໜີຕໍ່ກັບບັນດາບັນຫາພົ້ນເດັ່ນ ທີ່ຈະເປັນຂໍ້ມູນນໍາໄປຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນ ໃນການພິຈາລະນາບັນຫາສໍາຄັນຕ່າງໆຢູ່ກອງປະຊຸມສະໄໝສາມັນຄັ້ງຕໍ່ໄປ ພ້ອມທັງນໍາສະເໜີ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂຕາມພາລະບົດບາດ; ເຊິ່ງບັນຫາທີ່ຜູ້ມີສິດເລືອກຕັ້ງໃຫ້ຄວາມສົນໃຈ ແມ່ນການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ທັງຢູ່ສູນກາງ ແລະ ທ້ອງ ຖິ່ນ ໂດຍສະເພາະຊ່ວຍປຸກລະດົມຂົນຂວາຍປະຊາຊົນທີ່ມີລູກຫຼານໃນເກນເຂົ້າຮຽນ ໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງ ແລະ ຮຽນໃຫ້ຈົບການສຶກສາພາກບັງຄັບ, ການຈັດສັນງົບປະມານໃຫ້ຂະແໜງການສຶກສາ, ພິ​ຈາ​ລະ​ນາ​ເພີ່​ມ​ເງິນ​ອຸດ​ໜູນ​​ວິ​ຊາຊີບຄູ ເພື່ອ​ກະ​ຕຸ້ນ​ວຽກ​ງານ​ການ​ສຶກ​ສາ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄູ-ອາຈານ ດີຂຶ້ນເປັນກ້າວໆ.
ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນວ່າ: ປີຜ່ານມາ ເຖິງວ່າຂົງເຂດສຶກສາໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍປະການກໍຕາມ ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ການນໍາພາຊີ້ນໍາຢ່າງໃກ້ຊິດຂອງຄະນະພັກ, ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ ແລະ ຂອງມະຫາວິທະຍາໄລແຫ່ງຊາດລາວ, ຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການຂອງບັນດາໂຮງຮຽນຕ່າງໆໃນທົ່ວປະເທດ, ບັນດາພະນັກງານ-ລັດຖະກອນໃນຂົງເຂດການສຶກສາ ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ບັນຫາຄວາມຫຍຸ້ງຍາກຕ່າງໆ ໄດ້ຮັບການປັບປຸງແກ້ໄຂນັບມື້ດີຂຶ້ນເປັນກ້າວໆ ເປັນຕົ້ນການແກ້ໄຂບັນຫາການຂາດຄູສອນ, ການປະລະການຮຽນຂອງນັກຮຽນ-ນັກສຶກສາ ແລະ ບັນຫາອື່ນໆ ຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກຳນົດໃນມະຕິ 09/ລບ ໃຫ້ດີຂຶ້ນ; ຄຽງຄູ່ກັນນັ້ນ, ລັດຖະບານ ກໍາລັງພິຈາລະນານະໂຍບາຍການເພີ່ມເງິນເບ້ຍລ້ຽງແກ່ນັກສຶກສາທີ່ຮຽນສາຍຄູໃຫ້ສູງຂຶ້ນ, ການກຳນົດໂກຕາຄູສອນໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ ແລະ ການທົດແທນຄູທີ່ສູນເສຍ ດ້ວຍຮູບການຕ່າງໆໃນແຕ່ລະປີ, ບັນດາຄາດໝາຍດ້ານການສຶກສາມີທັງໝົດ 16 ຕົວຊີ້ວັດ ເຊິ່ງໃນນີ້ຕົວຊີ້ວັດສ່ວນໃຫຍ່ ແມ່ນສາມາດບັນລຸໄດ້ຕາມແຜນການ.