ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ບັນຊາການທະຫານສູງສຸດໄທ

​ກ.ກ. 23, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 21 ກໍລະກົດຜ່ານມາ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົອ. ຊົງວິດ ໜູນພັກດີ ຜູ້ບັນຊາການທະຫານສູງສຸດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຢ່າງເປັນທາງການ ແນໃສ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ກໍຄືລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ໄທ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ໄທ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນທາງດ້ານການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ, ການຂ້າມຊາຍແດນແບບຜິດກົດໝາຍ ແລະ ການຄ້າຂາຍສິ່ງທີ່ຜິດກົດໝາຍຕ່າງໆ ເພື່ອເຮັດໃຫ້ຊາຍແດນຂອງສອງປະເທດ ເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຢ່າງແທ້ຈິງ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນການພົບປະເຮັດວຽກລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ໄທ ທີ່ໄດ້ທົບທວນຕີລາຄາຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ, ທັງໄດ້ຮ່ວມກັນແລກປ່ຽນບົດຮຽນ ແລະ ປະສົບການ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ; ທ່ານປະທານສະພາແຫ່ງຊາດ ຍັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ, ແຈ້ງໃຫ້ຊາບສະພາບການພົ້ນເດັ່ນຂອງ ສປປລາວ ແລະ ສະພາແຫ່ງຊາດ ພ້ອມທັງສະເໜີໃຫ້ສອງກະຊວງ ສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື (MOU) ລະຫວ່າງສອງກະຊວງ ເພື່ອປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມືໃຫ້ເປັນຮູບປະທຳຍິ່ງໆຂຶ້ນ, ສືບຕໍ່ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແລະ ສືບຕໍ່ປັກຫຼັກໝາຍຊາຍແດນທາງບົກ ກໍຄືສືບຕໍ່ປຶກສາຫາລືບັນຫາຊາຍແດນລະຫວ່າງ ລາວ-ໄທ ໃຫ້ມີຄວາມຄືບໜ້າ ເພື່ອອຳນວຍຄວາມສະດວກແກ່ການໄປມາຫາສູ່ຂອງປະຊາຊົນກັບປະຊາຊົນຂອງສອງປະເທດ ໃຫ້ນັບມື້ນັບມີຄວາມປອດໄພ.
ທ່ານ ພົອ. ຊົງວິດ ໜູນພັກດີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສໍາເລັດການພົບປະເຮັດວຽກລະຫວ່າງສອງກະຊວງປ້ອງກັນປະເທດ ໄທ-ລາວ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມືຂອງສອງກະຊວງ ກໍຄືການພົວພັນຮ່ວມມືຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 19 ທັນວາ 1950 ເຊິ່ງມາຮອດປີນີ້ ແມ່ນຄົບຮອບ 75 ປີ ແລະ ຍັງໄດ້ປຶກສາຫາລືທິດທາງການຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງກະຊວງ; ພ້ອມດຽວກັນນີ້, ທ່ານຜູ້ບັນຊາການທະຫານສູງສຸດ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ແຈ້ງສະພາບການທີ່ພົ້ນເດັ່ນຂອງລາຊະອານາຈັກໄທ ໃຫ້ທ່ານປະທານສະພາແຫ່ງຊາດຊາບອີກດ້ວຍ.