ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດຊີ

​ກ.ກ. 18, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນສວາຍວັນທີ 18 ກໍລະກົດນີ້ ທີ່ຫ້ອງຮັບແຂກລ້ານຊ້າງຂອງສະພາແຫ່ງຊາດ, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ມັກຊິມ ຣິເຊັນໂກຟ (Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເບລາຣຸດຊີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ແລະ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ. ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເບລາຣຸດຊີ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນມາໂດຍຕະຫຼອດ ເຊິ່ງສະແດງອອກ: ສອງປະທານສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໄດ້ພົບປະແບບທາງໄກນໍາກັນ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆຂອງ 2 ປະເທດ; ນອກຈາກນີ້, ສອງຝ່າຍຍັງຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີ AIPA, ASEP, IPU ແລະ ອົງການອື່ນໆ. ພິເສດ, ໃນປີ 2024 ທີ່ຜ່ານມາ, ທ່ານ ອີກໍ ເຊີເກເຢັນໂກ (Igor Sergeenko) ປະທານສະພາຜູ້ແທນປະຊາຊົນເບລາຣຸດຊີ ພ້ອມດ້ວຍຄະນະ ກໍໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ແລະ ຮ່ວມກັນລົງນາມບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບ, ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະກັບບັນດາສະມາຊິກລັດຖະສະພາຈາກປະເທດອາຊຽນ ໃນນາມປະເທດສັງເກດການ.
ສະພາແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສໍາຄັນໃນການປະກອບສ່ວນຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ເບລາຣຸດຊີ ດ້ວຍການປະຕິບັດຕາມພາລະບົດບາດຂອງຕົນ ເປັນຕົ້ນ ສະໜັບສະໜູນດ້ານນິຕິກໍາ, ການຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ໃຫ້ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງຊາດ; ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການເຄື່ອນໄຫວວຽກງານການຕ່າງປະເທດໃນພາກພື້ນ ແລະ ສາກົນ.
ທ່ານ ມັກຊິມ ຣິເຊັນໂກຟ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນສໍາເລັດການພົບປະເຮັດວຽກລະຫວ່າງສອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ທີ່ໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງກະຊວງ ກໍຄືການພົວພັນຮ່ວມມືຂອງສອງປະເທດ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ກຸມພາ 1994, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ-ສາກົນ ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ; ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຂອງເບລາຣຸດຊີ ໃຫ້ຊາບອີກດ້ວຍ.
(ນາງ ອາລິນ ສຸພິມມະປະດິດ)