loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດ ກວດກາສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

ຕ.ລ. 17, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 17 ຕຸລາ 2024 ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີທ່ານຮອງປະທານສະພາແຫ່ງຊາດ, ທ່ານຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະ ຖານທີ່ຢູ່ຫໍປະຊຸມແຫ່ງຊາດ ເຊິ່ງຈະເປັນບ່ອນຈັດກອງປະຊຸມໄອປາ ຄັ້ງທີ 45 ທີ່ ສປປລາວ ເປັນເຈົ້າພາບ ເພື່ອກວດກາຄວາມພ້ອມທາງດ້ານສະຖານທີ່ຫ້ອງປະຊຸມ, ຫ້ອງອາຫານ, ສະຖານທີ່ຮັບປະທານອາຫານວ່າງ, ສູນຂ່າວ ແລະ ອື່ນໆ ເຊິ່ງເຫັນໄດ້ວ່າມີຄວາມພ້ອມແລ້ວ.