
ກອງປະຊຸມ APPF ເປັນເວທີປຶກສາຫາລືຂອງບັນດາສະມາຊິກລັດຖະສະພາພາຍໃນພາກພື້ນອາຊີ-ປາຊີຟິກ ເຊິ່ງກອງປະຊຸມປະຈຳປີຄັ້ງນີ້ ຄະນະຜູ້ແທນຈະໄດ້ແລກປ່ຽນຄວາມຄິດຄວາມເຫັນ ພາຍໃຕ້ຄໍາຂວັນຂອງກອງປະຊຸມທີ່ວ່າ: “ລັດຖະສະພາ ແລະ ການພັດທະນາແບບຍືນຍົງ ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19 (Parliaments and the Post-COVID-19 Sustainable Development)” ເຊິ່ງຈະໄດ້ດຳເນີນເປັນເວລາ 3 ວັນ ໃນລະຫວ່າງວັນທີ 26-28 ຕຸລາ 2022.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ຈະໄດ້ຂຶ້ນກ່າວປາໄສ ຕໍ່ກອງປະຊຸມຄົບຄະນະໃນວາລະການເມືອງ ແລະ ຄວາມໝັ້ນຄົງ ພາຍໃຕ້ຫົວຂໍ້: “ສົ່ງເສີມການທູດລັດຖະສະພາ ເພື່ອຄວາມໝັ້ນຄົງໃນພາກພື້ນ”. ນອກນັ້ນ, ຄະນະຜູ້ແທນຈາກສະພາແຫ່ງຊາດລາວ ຍັງຈະໄດ້ເຂົ້າຮ່ວມປຶກສາຫາລື ແລະ ມີຄຳເຫັນຕໍ່ກອງປະຊຸມຕ່າງໆເຊັ່ນ: ກອງປະຊຸມສະມາຊິກລັດຖະສະພາເພດຍິງກ່ຽວກັບການສ້າງຄວາມເຂັ້ມແຂງໃນການມີສ່ວນຮ່ວມຂອງແມ່ຍິງຕໍ່ການຟື້ນຕົວທາງດ້ານເສດຖະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19; ກອງປະຊຸມວຽກງານເສດຖະກິດ ແລະ ການຄ້າ ກ່ຽວກັບການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ເສດຖະກິດສີຂຽວສຳລັບການພັດທະນາແບບກວມລວມ ແລະ ກອງປະຊຸມວຽກງານການຮ່ວມມືພາກພື້ນອາຊີ-ປາຊີຟິກ ກ່ຽວກັບການສົ່ງເສີມການນຳໃຊ້ພະລັງງານທົດແທນ ເພື່ອບັນລຸການປ່ອຍອາຍພິດໃຫ້ກາຍເປັນສູນ.

ພ້ອມກັນນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຈະໄດ້ຮ່ວມຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊຸມກ່ຽວກັບບັນຫາຕ່າງໆ ຈຳນວນທັງໝົດ 10 ສະບັບ ເພື່ອຢັ້ງຢືນຄືນຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ບົດບາດອັນສໍາຄັນຂອງສະມາຊິກລັດຖະສະພາໃນພາກພື້ນອາຊີ-ປາຊີຟິກ ເປັນຕົ້ນແມ່ນບັນຫາການເມືອງ ແລະ ຄວາມໝັ້ນຄົງ; ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ບົດບາດຍິງ-ຊາຍ. ນອກຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ຍັງຈະໄດ້ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ແລະ ພົບປະສອງຝ່າຍກັບຄະນະຜູ້ແທນຈາກສະພາແຫ່ງຊາດ ສສ.ຫວຽດນາມ, ສະພາປະຊາຊົນທົ່ວປະເທດຈີນ, ກໍາປູເຈຍ, ຣັດເຊຍ, ສ.ເກົາຫຼີ ແລະ ຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ສອງຝ່າຍ ລະຫວ່າງອົງການນິຕິບັນຍັດ.


