loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດລາວ ຕ້ອນຮັບການເຂົ້າພົບປະຂອງ ປະທານປະເທດ ຫວຽດນາມ

ມ.ສ. 10, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 10 ເມສາ 2023, ທີ່ ຫໍສະພາແຫ່ງຊາດລາວ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດທີ່ນຳພາ ຄະນະຜູ້ແທນຂັ້ນສູງ ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ແຕ່ວັນທີ 10-11 ເມສາ 2023.
ໃນການພົບປະນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ເຊິ່ງເປັນປະເທດທຳອິດຂອງການເຄື່ອນໄຫວຕ່າງປະເທດ ພາຍຫຼັງທີ່ສະຫາຍ ຫວໍ ວັນ ເຖືອງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສສ.ຫວຽດນາມ ຄົນໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ XV ເຊິ່ງເປັນການນຳເອົາໄມຕີຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີພິເສດ, ຄວາມຮັກແພງທີ່ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງພັກ, ລັດ ແລະ ປະຊາຊົນ ມາສູ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ, ກໍໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດເຖິງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ສະຫາຍ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ.
ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ສະແດງອອກການຮ່ວມມືດ້ານການເມືອງທີ່ນັບມື້ໜັກແໜ້ນເລິກເຊິ່ງ, ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ດ້ານອື່ນໆ ໄດ້ຮັບການເສີມຂະຫຍາຍ ແລະ ມີຄວາມຄືບໜ້າ, ພິເສດ ໃນປີ 2022 ຜ່ານມາ ສອງປະເທດ ໄດ້ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ທັງເປັນໂອກາດອັນດີໃນການສຶກສາອົບຮົມປະຊາຊົນສອງຊາດ ໂດຍສະເພາະຄົນລຸ້ນໜຸ່ມຂອງສອງປະເທດ ໃຫ້ມີຄວາມເຂົ້າໃຈ ແລະ ມີຄວາມຮັບຜິດຊອບຕໍ່ການເສີມຂະຫຍາຍສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ມີປະສິດທິຜົນ. ພ້ອມນີ້, ກໍໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດນີ້ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ນຳເອົາຜົນປະໂຫຍດຕົວຈິງສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ພ້ອມທັງໄດ້ເປັນເອກະພາບຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໃນການສ້າງສາ ແລະ ພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ອັນໄດ້ເຮັດໃຫ້ສະຖຽນລະພາບທາງການເມືອງ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ສາມາດຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ປະເທດຊາດມີຄວາມເຂັ້ມແຂງ, ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະ ສິວິໄລ. ໃນໂອກາດດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນອະນາຄົດ ເຊິ່ງເຫັນວ່າ ການພົວພັນລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ນໍາຜົນປະໂຫຍດຕົວຈິງມາສູ່ ສອງອົງການນິຕິບັນຍັດ, ສອງສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ພິເສດ ແມ່ນຂອງຂວັນອັນລໍ້າຄ່າ ກໍຄື ຫໍສະພາແຫ່ງຊາດ ຫຼັງໃໝ່ນີ້ ເຊິ່ງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.
ໃນການພົບປະຄັ້ງນີ້, ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳພັກ-ລັດ ສປປລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຮອບດ້ານໃນການພັດທະນາຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສາມາດບັນລຸຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັງທີ XI ຂອງພັກ ໃຫ້ປາກົດຜົນເປັນຈິງ ແລະ ຈະສືບຕໍ່ຊຸກຍູ້ການພົວພັນດ້ານຕ່າງໆກັບ ສປປລາວ ໃຫ້ນັບມື້ນັບມີປະສິດທິຜົນ.
(ກົມການຂ່າວ, ກະຊວງການຕ່າງປະເທດ)