ໃນວັນທີ 16 ກໍລະກົດ 2025 ນີ້, ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການຕິດຕາມກວດກາວຽກງານຊາຍແດນ ຢູ່ເມືອງເຊໂປນ ຊຶ່ງມີບັນດາທ່ານສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຂອງຈຸດທີ່ລົງເຄື່ອນໄຫວເຂົ້າຮ່ວມ.


ໃນການລົງເຄື່ອນໄຫວຄັ້ງນີ້ແມ່ນໄດ້ເຮັດວຽກຢູ່2 ຈຸດຄື: ກອງຮ້ອຍທະຫານຊາຍແດນ 320 ແລະ ຄ້າຍຄຸມຂັງພາກໃຕ້ແກ້ງຄັນ ເມືອງ ເຊໂປນ ແຂວງສະຫວັນນະເຂດ ຊຶ່ງທາງຄະນະໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍສັງເຂບ ຂອງທັງສອງຈຸດ ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມປະຊຸມໄດ້ສົນທະນາແລກປ່ຽນຄໍາຄິດ-ຄຳເຫັນ ແລະ ເຈາະຈີ້ມບາງບັນຫາເປັນຕົ້ນແມ່ນວຽກງານປ້ອງກັນຊາຍແດນ ກ່ຽວກັບການລັກລອບເຂົ້າ-ອອກເມືອງແແບບຜິດກົດໝາຍ; ການລັກລອບຄ້າ-ຂາຍຂອງເຖື່ອນ; ການເຄື່ອນໄຫວສາສະໜາໂດຍບໍ່ໄດ້ຮັບອະນຸຍາດ; ກົນໄກການປະສານງານລະຫວ່າງກອງຮ້ອຍທະຫານຊາຍແດນກັບພາກສ່ວນທີ່ກ່ຽວຂ້ອງ; ການຄຸ້ມຄອງ ແລະ ຕິດຕາມກວດການັກໂທດທີ່ມີຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໃນຄະດີອາຍາໃນໄລຍະຜ່ານມາ ແລະ ບັນຫາອື່ນໆ ທັງນີ້ກໍເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນ່ໃສ່ໃຫ້ພາກສ່ວນກ່ຽວຂ້ອງ, ເຄື່ອນໄຫວວຽກງານຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັບມື້ນັບດີຂຶ້ນ.
ໂອກາດດັ່ງກ່າວ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ກໍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງແຕ່ລະພາກສ່ວນ ແລະ ນຳເອົາຂໍ້ມູນທີ່ໄດ້ນຳໄປສັງລວມ ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຈະມາໄຂຂຶ້ນໃນທ້າຍເດືອນນີ້ ພ້ອມດຽວກັນຍັງໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ຄຽງຄູ່ກັບການປະຕິບັດໜ້າທີ່ວິຊາສະເພາະ ໂດຍສອດຄ່ອງກັບການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ພົວພັນເຖິງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບອີກດ້ວຍ.