ປະທານສະພາປະຊາຊົນແຂວງ ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງຊຽງຂວາງ ຊຸດທີ II ຢູ່ເມືອງຜາໄຊ

ກ.ຍ. 4, 2025

​ໃນ​ວັນ​ທີ 4 ກັນຍາ 2025 ນີ້ ທ່ານ ບຸນໂຮມ ເທດທານີ ປະທານ​ສະພາ​ປະຊາ​ຊົນ​ແຂວງ​ ສະມາຊິກ​ສະພາ​ແຫ່ງ​ຊາດ​ປະ​ຈໍາ​ເຂດ​ເລືອກ​ຕັ້ງ​ທີ 9 ​ແຂວງ​ ພ້ອມ​ດ້ວຍ​ສະມາຊິກ​ສະພາ​ປະຊາຊົນ​ປະ​ຈໍາ​ເຂດເລືອກຕັ້ງເມືອງ​ຜາໄຊ ​ແລະ ພະນັກງານ​ສະພາ​ປະຊາຊົນ​ແຂວງ ໄດ້ລົງເຜີຍແຜ່ຜົນສໍາ​ເລັດ​ ກອງ​ປະຊຸມສະ​ໄໝສາມັນ ​ເທື່ອ​ທີ 9 ​ ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະພາ​ປະຊາຊົນ ແຂວງຊຽງຂວາງ ຊຸດທີ II ​ຢູ່ທີ່ສະໂມສອນເມືອງຜາໄຊ ມີບັນດາທ່ານເລຂາ-ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປ້ອງການຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນເຂົ້າຮ່ວມ.

ເພື່ອເປັນການໂຄສະນາເຜີຍຜົນສໍາເລັດກອງ​ປະຊຸມສະ​ໄໝສາມັນ ​ເທື່ອ​ທີ 9 ​ ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະພາ​ປະຊາຊົນ ແຂວງຊຽງຂວາງ ຊຸດທີ II ໃຫ້ບັນດາພະນັກງານ, ທະຫານ, ຕໍາຫຼວດ ໄດ້ຮັບຮູ້  ແລະ ເຂົ້າໃຈຕໍ່ແນວທາງນະໂບບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ແຂວງ. ໃນວະລະດໍາເນີນກອງປະຊຸມທ່ານ ຄໍາຫຼ້າ ແກ້ວດາວັນ ເລຂາພັກເມືອງຜາໄຊ ໄດ້ລາຍງານການຈັດຕັ້ງວຽງານຂອງເມືອງໃນໄລຍະຜ່ານມາໂດຍຫຍໍ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິ່ງຜົນສໍາເລັດທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຍັງມີຂໍ້ຄົງຄ້າງທີ່ເມືອງຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບກໍ

ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດ ສະໄໝສາມັນເທື່ອທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະພາ​ປະຊາຊົນ ແຂວງຊຽງຂວາງ ຊຸດທີ II ໂດຍໄດ້ຍົກໃຫ້ເຫັນວ່າກອງປະຊຸມດັ່ງກ່າວ ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໄດ້ອອກເປັນມະຕິກອງປະຊຸມ ເປັນຕົ້ນ: ຮັບຮອງເອົາການສະເໜີດັດແກ້ງົບປະມານແຫ່ງລັດ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ວາງທິດທາງແຜນການພັດທະ ນາເສດຖະກິດສັງຄົມແຫ່ງຊາດ, ແຜນການລົງທຶນຂອງລັດ, ການຈັດຕັ້ງປະຕິບັດແຜນພັດທະນາ ແລະ ທິດທາງແຜນການງົບປະມານແຫ່ງລັດ, ການເຄື່ອນໄຫວວຽກກງານຂອງສະພາແຫ່ງຊາດ, ວຽກສ້າງ ແລະ ປັບປຸງກົດ    ໝາຍ ແລະ ອື່ນໆ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຊຽງຂວາງ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນ ທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດ ເປັນຕົ້ນ ຂົງເຂດພັດທະນາເສດຖະກິດສັງຄົມ, ແຜນງົບປະມານ, ການລົງທຶນ ແລະ ບັນດາຄາດໝາຍຕ່າງໆທີ່ຈະຕ້ອງໄດ້ສູ້ຊົນ.  ພ້ອມນີ້, ໃນທີ່ປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ຕັ້ງຄໍາຖາມເຈາະຈີ້ມສົນທະນາເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເປັນການແລກປ່ຽນບົດຮຽນ ສະເໜີບັນຫາ ແລະ ຊອກຫາວິທີແກ້ໄຂຮ່ວມກັນ.

ສະພາ​ປະຊາຊົນ​ແຂວງ​ຊຽງ​ຂວາງ

 ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ