ປະທານສະພາປະຊາຊົນແຂວງ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງໜໍແຂວງສະຫວັນນະເຂດ

ກ.ພ. 15, 2025 | ເຂດ 13 ສະ​ຫວັນນະເຂດ

ໃນຕອນເຊົ້າວັນທີ 07 ກຸມພາ 2025 ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ໄດ້ເຄື່ອນໄຫວມອບເຄື່ອນຊ່ວຍເຫຼືອໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີໝອນ 600 ໜ່ວຍ ແລະ ເຂົ້າສານ 400 ກິໂລ, ຕາງໜ້າຮັບໂດຍທ່ານ ດຣ ຈັນທະລາ ພາມີສິດ ຜູ້ອຳນວຍການໂຮງໝໍແຂວງ ພ້ອມຄະນະ ໃນການມອບຄັ້ງນີ້ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ແກ່ວຽກງານສາທາລະນະສຸກ ກໍຄືແພດ,ພະຍາບານທີ່ໃຫ້ການບໍລິການ ແລະ ຄົນເຈັບທີ່ມາປິ່ນປົວຢູ່ໂຮງໝໍແຂວງ ອີກດ້ວຍ.
ພາບ-ຂ່າວ: ນາງ ຄອນສະຫວັນ ເມກສະຫວັນ