![](https://na.gov.la/wp-content/uploads/2023/05/347587873_793950622096735_6987208856308394133_n.jpg)
![](https://na.gov.la/wp-content/uploads/2023/05/347447367_245281994846441_1171568808976543147_n.jpg)
ຕອນເຊົ້າຂອງອັງຄານວັນທີ 16 ພຶດສະພາ 2023 ນີ້, ຢູ່ທີ່ສະໂມສອນໂຮງຮຽນ ມສ ນາຄົກ ໄດ້ຈັດພິທີ ມອບ-ຮັບ ການກໍ່ສ້າງຮົ້ວໂຮງຮຽນ ມສ ນາຄົກ, ເມືອງງາ, ແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມໂດຍມີທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ບຸນທີ ໄຊຍະວົງ ຮອງເລຂາພັກເມືອງ, ປະທານອົງການກວດກາເມືອງງາ, ມີສະມາຊິກສະພາປະຊາຊົນແຂວງ, ອົງການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
![](https://na.gov.la/wp-content/uploads/2023/05/346486005_176622832017828_5057428268844218482_n.jpg)
![](https://na.gov.la/wp-content/uploads/2023/05/347566054_256832743519691_7041926597873978840_n.jpg)
ໂຄງການກໍ່ສ້າງຮົ້ວໂຮງຮຽນ ມສ ນາຄົກ ແມ່ນທາງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ໄດ້ລະດົມທຶນຊ່ວຍເຫຼືອຈາກ ຄອບຄົວ ທ່ານ ເນັ່ງມົວ ມົວໄຊຈູ ນັກທຸລະກິດ ຢູ່ນະຄອນຫຼວງວຽງ ຈັນ ລວມມູູນຄ່າ 27.854.000 ກີບ, ໂດຍແມ່ນ ທ່ານ ຄໍາພັດ ຕະວິລົມ ນັກທຸລະກິດບ້ານນາຄົກ ເປັນຜູ້ຮັບເໝົາກໍ່່ສ້າງ ໜ້າວຽກປະກອບມີ: ການລົງເສົາເບຕົງເສີມເຫຼັ້ກ, ວາງຕາໜ່າງ, ສາຍໜາມຫົວເສົາ, ເທຄານຕີນເສົາທັບຕາໜ່າງ, ໃສ່ປະຕູເລື່ອນກວ້າງ 4 ແມັດ ແລະ ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 10 ມັງກອນ 2023 ຫາ 20 ມີນາ 2023 ສຳເລັດ ແລະ ຈັດພິທີ ມອບ-ຮັບ ຢ່າງເປັນທາງ ການ.
![](https://na.gov.la/wp-content/uploads/2023/05/346650411_741214178007553_8712558868026547529_n.jpg)
![](https://na.gov.la/wp-content/uploads/2023/05/347559749_1421562661928049_5036396693920229090_n.jpg)
![](https://na.gov.la/wp-content/uploads/2023/05/347020183_1298974867368307_4414575928294367058_n.jpg)
![](https://na.gov.la/wp-content/uploads/2023/05/346608130_1419733458792954_6656118416527962051_n.jpg)
![](https://na.gov.la/wp-content/uploads/2023/05/346664073_817033109754265_6862002771634385702_n.jpg)
ພາບ/ຂ່າວ: ແສງພອນ ອິນນະລົງ.