loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ສືບຕໍ່ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ກ.ຍ. 18, 2024 | ເຂດ 3 ຫຼວງນ້ຳ​ທາ

          ນ້ຳຖ້ວມແຂວງຫຼວງນ້ຳທາ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບທັງຊີວິດ ແລະ ຊັບສິນ ເສຍຫາຍຢ່າງໜັກໜ່ວງ ມາໃນວັນທີ 17 ກັນຍາ 2024, ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ພ້ອມດ້ວຍ ອາດີດການນຳຂອງສູນກາງ, ການນຳຂັ້ນແຂວງ, ໄດ້ສືບຕໍ່ມອບ ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ ແລະ ນ້ຳດື່ມ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ 4 ບ້ານ ຄື: ບ້ານຫຼວງ 492 ຄອບຄົວ ທີ່ຖືກຜົນກະທົບ,ບ້ານຂອນ 385 ຄອບຄົວ,ບ້ານດອນຄູນ 249 ຄອບຄົວ ແລະ ບ້ານນໍ້າແງ້ນ 04 ຄອບຄົວ ທັງນີ້, ກໍເພື່ອເປັນການໃຫ້ກໍາລັງໃຈ ແລະ ບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ ສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫຼາຍບ້ານ ທີ່ປະສົບໄພທີ່ໄດ້ຮັບຜົນເສຍຫາຍໃນຄັ້ງນີ້ ໃຫ້ທົ່ວເຖິງ