ໃນວັນທີ 1 ທັນວາ 2025 ນີ້ ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນງານຂອງ ສະພາປະຊາຊົນແຂວງໃນໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ທ່ານໄດ້ກ່າວວ່າ: ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງແຮງ, ຊຶ່ງສະແດງອອກ ໃນໄລຍະ 5 ປີຜ່ານມາ (2021-2025) ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ,ດ້ານນິຕິກໍາສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄດ້ພິຈາລະນາ, ຮັບຮອງເອົານິຕິກໍາໃຕ້ກົດໝາຍຂອງແຂວງ ທັງໝົດ 12 ສະບັບ, ສ້າງໃໝ່ 9 ສະບັບ, ປັບປຸງ 3 ສະບັບ ແລະ ອັນພົ້ນເດັ່ນ ແມ່ນໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ ປະກອບຄໍາເຫັນໃສ່ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ຊຶ່ງໄດ້ພິຈາລະນາ ຮັບຮອງເອົາຢ່າງເປັນເອກະສັນ ໃນກອງປະຊຸມ ສະໄໝວິສາມັນ ຄັ້ງທີ 2 ຂອງສະພາແຫ່ງຊາດ ຊຸດທີ IX. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ,ສະພາປະຊາຊົນແຂວງຊຸດທີ IV ໄດ້ພິຈາລະນາ, ຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ວຽກງານກວດສອບ -ກວດກາ, ໂຄງການລົງທຶນຂອງລັດປະຈໍາຫ້າປີ, ໜຶ່ງປີ, ຫົກເດືອນຂອງແຂວງ ແລະ ວຽກງານອື່ນໆຕາມກົດໝາຍກໍານົດ. ອີກບັນຫາໜຶ່ງທີ່ພົ້ນເດັ່ນ ແມ່ນໄດ້ຮັບຮອງເອົາການປັບປຸງກົງຈັກການບໍລິຫານລັດຄື: ການໂຮມພະແນກການຂອງແຂວງ, ກໍານົດຕໍາແໜ່ງງານຄືນໃໝ່ໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດ ທິພາບຫຼາຍຂຶ້ນ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ຕົກລົງບັນຫາສໍາຄັນຂອງແຂວງ ໂດຍອອກເປັນມະຕິໄດ້ທັງໝົດ 140 ສະບັບ. ໃນນີ້, ອອກເປັນມະຕິກອງປະຊຸມສະພາປະຊາຊົນແຂວງ ຈໍານວນ 67 ສະບັບ ແລະ ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ 73 ສະບັບຄື: ມະຕິຂົງເຂດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ຈໍານວນ 100 ສະບັບ ,ມະຕິກອງປະຊຸມສະພາປະຊາຊົນແຂວງ 57 ສະບັບ, ມະຕິກອງປະຊຸມຄະນະປະຈໍາສະພາປະຊາ ຊົນແຂວງ 43 ສະບັບ,ມະຕິຂົງເຂດວຽກງານບຸກຄະລາກອນ ຈໍານວນ 40 ສະບັບ ,ມະຕິກອງປະຊຸມສະພາປະຊາຊົນແຂວງ 10 ສະບັບ, ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ 30 ສະບັບ. ດ້ານການຕິດຕາມກວດກາ,ໄດ້ລົງຕິດຕາມກວດກາຮ່ວມກັບສະພາແຫ່ງຊາດ ແລະ ລົງຕິດຕາມກວດກາສະເພາະ ຢູ່ບັນ ດາເປົ້າໝາຍຕ່າງໆ ໄດ້ທັງໝົດ 44 ຄັ້ງ ເຊິ່ງສາມາດເກັບກໍາໄດ້ຂໍ້ມູນຫຼາຍສົມຄວນ ເພື່ອເປັນພື້ນ ຖານໃນການຄົ້ນຄວ້າ, ພິຈາລະນາ ແລະ ຊຸກຍຸ້ອົງການກ່ຽວຂ້ອງ ໂດຍສະເພາະອົງການປົກຄອງແຂວງ ແລະ ບັນດາພະແນກການຂັ້ນແຂວງ ໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ.ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂຄຳຮ້ອງຂໍຄວາມເປັນທໍາຂອງປະຊາຊົນຢ່າງຖືກຕ້ອງ, ສອດຄ່ອງ ແລະ ວ່ອງໄວຂຶ້ນກວ່າເກົ່າ. ໃນໄລຍະ 5 ປີຜ່ານມາ ສະພາປະຊາຊົນແຂວງ ໄດ້ຮັບຄໍາຮ້ອງ, ຄໍາສະເໜີ ຂອງພົນລະເມືອງ ທັງໝົດ 218 ສະບັບ; ໃນນີ້ປະເພດຄໍາຮ້ອງຂໍຄວາມເປັນທໍາ 27 ສະບັບ, ຄໍາສະເໜີ 174 ສະບັບ, ຄໍາຮ້ອງຟ້ອງ 13 ສະບັບ ສາມາດແກ້ໄຂສໍາເລັດໄດ້ 100% ແລະ ໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຊົນ 100 ກວ່າຄັ້ງ ຊຶ່ງໄດ້ນໍາສົ່ງ ແລະ ພິຈາລະນາແກ້ໄດ້ສໍາເລັດ 100%.ນັບແຕ່ກອງປະຊຸມຄັ້ງປະຖົມມະລືກ ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງ ນໍ້າທາ ຊຸດທີ IV ໄດ້ລົງພົບປະ ປະຊາຊົນຜຸ້ມີສິດປ່ອນບັດເລືອກຕັ້ງ ຢູ່ບັນດາເມືອງ, ກຸ່ມເປົ້າໝາຍ ໃນຂອບເຂດທົ່ວແຂວງ ເພື່ອນໍາເອົາແນວທາງຂອງພັກ, ນະໂຍບາຍຂອງລັດ, ຜົນສໍາເລັດກອງປະຊຸມຂອງສະພາແຫ່ງຊາດ, ຜົນສໍາເລັດກອງປະຊຸມສະພາປະຊາຊົນແຂວງແຕ່ລະຄັ້ງ ໄປໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ລວມທັງການລົງພົບປະໃນຫົວຂໍ້ສະເພາະ ໄດ້ທັງໝົດ 452 ຈຸດ, 590 ບ້ານ ມີີຜູ້ເຂົ້າຮ່ວມຮັບຟັງ 45.059 ເທື່ອຄົນ, ຍິງ 16.237 ເທື່ອຄົນ ແລະ ສາມາດລະດົມຂົນຂວາຍເອົາການຊ່ວຍເຫຼືອ ເປັນຕົ້ນ: ເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອປະຊາຊົນທີ່ທຸກຍາກ, ຫ່າງໄກສອກຫຼີກ, ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ອື່ນໆ ລວມມູນຄ່າທັງໝົດ 622.621.000 ກີບ
ໄລຍະ 5 ປີ ຕໍ່ໜ້າ ຄືແຕ່ນີ້ຮອດປີ 2030 ຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ເສີມຂະຫຍາຍບົດບາດຂອງສະພາປະຊາຊົນແຂວງໃຫ້ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ ເປັນຕົ້ນ: ການພິຈາລະນາ ຮັບຮອງເອົານິຕິກໍາໃຕ້ກຳໝາຍຂອງແຂວງ; ການຄົ້ນຄວ້າ ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ການຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໂດຍເນັ້ນໃສ່ຄຸນນະພາບເປັນກົກ; ສ້າງ-ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແທດເໝາະໃນແຕ່ລະໄລຍະ ເພື່ອຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາຕ່າງໆ ໃຫ້ກວ້າງຂວາງ ຕິດພັນກັບການ ເພີ່ມທະວີຍົກສູງບົດບາດການນຳພາຂອງພັກແຕ່ລະຂັ້ນ ໂດຍສະເພາະອົງການບໍລິຫານ, ສານ, ໄອຍະການ ສ້າງຄວາມໂປ່ງໃສ, ຍຸຕິທໍາ ໃນທຸກຂັ້ນຕອນຂອງການດຳເນີນຄະດີ ຕາມຂະບວນຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດກໍ່ຄື ແຂວງຫຼວງນໍ້າທາ ໃຫ້ຈະເລີ່ນຂຶ້ນເປັນກ້າວໆ.
ໂອກາດນີ້ ທ່ານ ຄໍາຟອງ ອີນມານີ ໄດ້ອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາຖາປະນາ ສາທາລະນະລັດ ປະຊາທິໄປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975-ວັນທີ 2 ທັນວາ 2025), ສະພາປະຊາຊົນແຂວງ ແລະ ໃນນາມສ່ວນຕົວຂໍອວຍພອນໄຊ ອັນປະເສີດ ມາຍັງທຸກອົງການຈັດຕັ້ງຂອງພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຊາວແຂວງຫຼວງນໍ້າທາ, ບັນດາເມືອງ, ຕະຫຼອດຮອດຊາວຕ່າງດ້າວທີ່ດໍາລົງຊີວິດ ຢູ່ພາຍໃນແຂວງຫຼວງນໍ້າທາ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການງານທຸກປະການ ແລະ ພ້ອມກັນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງຫຼວງນໍ້າທາ ໃຫ້ຈະເລີນຂຶ້ນເປັນກ້າວໆ.
