ປະທານສະພາປະຊາຊົນແຂວງຫລວງນ້ຳທາເຂົ້າຮ່ວມສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 5 ປີ ຢູ່ເມືອງລອງ

​ພ.ຈ. 28, 2025

ຕອນເຊົ້າວັນທີ 27 ພະຈິກ 2025 ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາ 5 ປີ (2021 – 2025) ແລະ ທິດທາງແຜນການ 5 ປີ (2026-2030) ຢູ່ເມືອງລອງ ແຂວງຫລວງນ້ຳທາ, ມີການນໍາຂອງເມືອງ, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ,

ວາລະກອງປະຊຸມໄດ້ຮັບຟັງການລາຍງານສະຫລຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາ 5 ປີ (2021 – 2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເຂດເລືອກຕັ້ງເມືອງລອງ, ເຊີ່ງມີທັງໝົດ 5 ທ່ານ, ຍິງ 1 ທ່ານ, ໃນນັ້ນ ມີສະມາຊິກສະພາແຫ່ງຊາດ 1 ທ່ານ;  ໃນໄລຍະຜ່ານມາໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມ 3 ພາລະບົດບາດຄື: ດ້ານນິຕິກໍາ; ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖີ່ນ ແລະ ດ້ານການຕິດຕາມກວດກາ, ວຽກງານປິ່ນອ້ອມອື່ນໆ ເຫັນວ່າມີຜົນສໍາເລັດຫລາຍສົມຄວນ; ນອກນັ້ນ ຍັງນໍາເອົາເນື້ອໃນຜົນສໍເລັດ ກອງປະຊຸມສະໄໝສາມັນເທື່ອທີ1-9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ  ຂອງສະພາປະຊາຊົນແຂວງຊຸດທີ IV ແລະ ກົດໝາຍຈໍານສວນໜຶ່ງລົງໂຄສະນາເຜີຍແຜ່ໃຫ້ແກ່ກຸ່ມເປົ້າໝາຍໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ທ້ອງຖິ່ນ ຢູ່ພາຍໃນເມືອງລອງ ໄດ້ທັງໝົດ 62 ບ້ານ, 2 ສໍານັກງານ ມີຜູ້ເຂົ້າຮ່ວມທັງໝົດ 5,489 ຄົນ , ຍິງ 1,709 ຄົນ; ພ້ອມນັ້ນ ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດເຫັນຊົມເຊີຍຕໍ່ກັບຜົນງານ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໃນຕໍ່ໜ້າໃຫ້ມີຄຸນນະພາບຂຶ້ນກວ່າເກົ່າ.

​ໂອກາດນີ້ ທ່ານ ຄຳຟອງ ອີນມານີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດທີ່ຍາດມາໄດ້ເຫັນວ່າມີຜົນສໍາເລັດຫຼາຍດ້ານ, ທັງເນັ້ນໜັກໃຫ້ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງໃຫ້ເພີ່ມທະວີຊີ້ນໍາ-ນໍາພາການເມືອງແນວຄິດໃຫ້ພະນັກງາຫລັກແຫລ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຖຶກມອບໝາຍເປັນຕົ້ນສາມພາລະບົດບາດຂອງສະພາປະຊາຊົນແຂວງ, ຕ້ອນຮັບໃຫ້ຄໍາປຶກສາໃນການພົບປະປະຊາຊົນ ແລະ ກະກຽມວຽກງານປິ່ນອ້ອມເພື່ອກຽມຄວາມພ້ອມໃຫ້ແກ່ການກະກຽມ ແລະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ທີ່ຈະປະຕິບັດໃນຕໍ່ໜ້າໃຫ້ສໍາເລັດ, ທວງທັນເວລາ.

ໂດຍ ນາງ ວັນນີ ແຝງບົວວັນ