ເພື່ອຮັບປະກັນໃຫ້ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກະກຽມຫ້ອງການເຮັດວຽກຂອງກົງຈັກເສນາທິການສະພາປະຊາຊົນແຂວງ ຢູ່ຂັ້ນເມືອງ ໃຫ້ມີຄຸນນະພາບ ໃນລະຫວ່າງວັນທີ 14-15 ພຶດສະພາ 2025 ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານປັບປຸງກົງຈັກສະພາປະຊາຊົນແຂວງ ຢູ່ເມືອງສິງ, ເມືອງລອງ ແລະ ໄດ້ເປີດກອງປະຊຸມຮ່ວມຢູ່ຫ້ອງປະຊຸມຂອງເມືອງສິງ, ເມືອງລອງ ເລຂາພັກເມືອງ, ຮອງເລຂາພັກເມືອງ, ມີສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງມະຕິເລກທີ 162/ຄປຈ, ລົງວັນທີ 2/6/22 ຂອງຄະນະປະຈຳສະພາແຫ່ງຊາດວ່າດ້ວຍນະໂຍບາຍຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີIX ແລະ ສະມາຊິສະພາປະຊາຊົນແຂວງຊຸດທີ II ທີ່ເຖີງກະສຽນບໍານານ ແລະ ໄດ້ປຶກສາຫາລືກ່ຽວກັບການກະກຽມສ້າງຕັ້ງກົງຈັກເສນາທິການໃຫ້ແກ່ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ການປະຈຳການຂອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ທີ່ໃກ້ຈະໄດ້ຮັບນະໂຍບາຍອຸດໜູນບໍານານ ແລະ ວຽກງານປິ່ນອ້ອມ ພ້ອມນັ້ນ ທ່ານ ຄຳຟອງ ອິນມານີ ຍັງໄດ້ຊູກຍູ້ບັນດາເມືອງສ້າງຕັ້ງຫ້ອງການ ຕາມຄວາມເໜາະສົມ ໃຫ້ມີຫ້ອງເຮັດວຽກສະເພາະຂອງ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດໜ້າທີ່.
ຂ່າວ ວັນນີ ແຝງບົວວັນ