ເນື່ອງໃນໂອກາດທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II,ທີ່ສະໂມສອນເມືອງພີນ ດັ່ງນັ້ນມາໃນຕອນແລງວັນທີ 14 ກໍລະກົດ 2025 ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ລົງຕິດຕາມ ແລະ ຊຸກຍູ້ການສ້ອມແປງຕາຝັ່ງເຊໂຈນທີ່ຖືກນ້ຳເຊາະເຈື່ອນ ຢູ່ເຂດບ້ານພີນ ເມືອງພີນ ແຂວງສະຫວັນນະເຂດ,ໂດຍມີສະຫາຍເລຂາພັກເມືອງພີນ, ການນຳຂັ້ນເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຕິດຕາມ.



ສຳລັບບໍລິເວນທີ່ຖືກຜົນກະທົບນ້ຳເຊາະເຈື່ອນແມ່ນຢູ່ຂອບແຈຂອງຄັນຄູຝາຍນ້ຳລົ້ນເຊໂຈນ,ສາເຫດເກີດກັນເຈື່ອນທີ່ກໍ່ສ້າງໄລຍະຜ່ານມາເປັນເວລາຫຼາຍປີແລ້ວ ບວກກັບລະດັບນ້ຳຂຶ້ນສູງຈຶ່ງເຮັດໃຫ້ມີການເປ້ເພ ເຮັດໃຫ້ນ້ຳໄຫຼເຊາະເຈື່ອນເອົາຕາຝັ່ງລາມເຂົ້າໄປຫາເຮືອນປະຊາຊົນ,ມີຄວາມຍາວຂອງຕາຝັ່ງທີ່ຖືກເຊາະເຈື່ອນປະມານ 20ແມັດ,ມາຮອດປະຈຸບັນການນຳຂອງແຂວງ ແລະ ເມືອງໄດ້ເຫັນດີໃຫ້ບໍລິສັດ ວຽງສີວິໄລ ກໍ່ສ້າງຂົວທາງ ມາຮັບເໝົາສ້ອມແປງ,ໃຊ້ງົບປະມານ 700ລ້ານກວ່າກີບ.