ປະທານສະພາປະຊາຊົນແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມກວດກາການກໍ່ສ້າງເສັ້ນທາງຢູ່ເມືອງຊົນນະບູລີ.

ກ.ພ. 15, 2025 | ເຂດ 13 ສະ​ຫວັນນະເຂດ

ໃນວັນທີ 13 ກຸມພາ 2025 ນີ້ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງ ແຕ່ບ້ານຕັງຫວາຍນ້ຳ ຫາ ບ້ານໜອງສອງຫ້ອງ ເມືອງຊົນນະບູລີ. ຊຶ່ງທ່ານ ປະທານສະພາປະຊາຊົນແຂວງ ກໍ່ໄດ້ລົງເບິ່ງພື້ນທີ່ຕົວຈິງຂອງການກໍ່ສ້າງ, ເພື່ອຕິດຕາມກວດກາຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງດັ່ງກ່າວ ພ້ອມທັງສອບຖາມເຖິງ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການ ດຳເນີນການກໍ່ສ້າງໃນໄລຍະຜ່ານມາໂດຍສັງເຂບຈາກຜູ້ຮັບເໝົາ ກໍຄືບໍລິສັດລາວມຸງຄຸນກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານຕັງຫວາຍນ້ຳ ຫາ ບ້ານໜອງສອງຫ້ອງ ເມືອງຊົນນະບູລີ ແມ່ນການກໍ່ສ້າງເສັ້ນທາງເປັນທາງດິນແດງ ມີລວງຍາວຂອງເສັ້ນທາງ 23 ກິໂລແມັດ ຊຶ່ງໄດ້ເລີ່ມກໍ່ສ້າງແຕ່ວັນທີ 15 ພະຈິກ 2024 ມາຮອດປະຈຸບັນແມ່ນໄດ້ສຳເລັດໄປແລ້ວ 70 % ຂອງແຜນການ ແລະ ຄາດວ່າການກໍ່ສ້າງຈະສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງຖ້າຫາກເສັ້ນທາງ ດັ່ງກ່າວສໍາເລັດຈະເປັນເງື່ອນໄຂອັນດີ ໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ທັງຈະເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າເກົ່າ ພ້ອມດຽວກັນນີ້ ຍັງໄດ້ຕິດຕາມເບິ່ງໂຄງການກໍ່ສ້າງເສັ້ນທາງແຕ່ບ້ານຄຳປ່າແໜ ເມືອງຊົນນະບູລີ ຫາ ບ້ານຕາແຫຼວເມືອງຈຳພອນຕື່ມອີກ.