

ໃນວັນທີ 26 ພຶດສະພາ 2022 ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ,ສະມາຊິກສະພາແຫ່ງຊາດ,ປະທານສະພາປະຊາຊົນແຂວງວຽງຈັນ,ມີຫົວໜ້າຫ້ອງວ່າການແຂວງ,ສົມທົບກັບເລຂາພັກເມືອງ ເຈົ້າເມືອງ ເມືອງ ກາສີ ,ຄະນະສະມາຊິກສະປະຊາຊົນປະຈໍາເຂດເລືອກຕັ້ງເມືອງກາສີ, ຄະນະຕິດຕາມຂັ້ນແຂວງ-ຂັ້ນເມືອງລົງເຄື່ອນ ໄຫວພົບປະ ປະຊາຊົນຢູ່ເຂດລ້ອງໝາກຄາຍເມືອງກາສີແຂວງວຽງຈັນ ໃນການລົງເຄື່ອນໄຫວໃນຄັ້ງນີ້ໄດ້ນໍາເອົາເຄື່ອງນຸ່ງຫົ່ມ ແລະ ເຂົ້າສານໄປຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຢາກຢູ່ເຂດດັ່ງກ່າວ






