ໃນວັນທີ 23 ຕຸລາ 2025 ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍທີມງານຂອງສະພາປະຊາຊົນແຂວງ, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງມອບມອບເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ຢູ່ບ້ານພຽງຫົ່ງເມືອງໜອງແຮດ ໂດຍການກ່າວມອບຂອງທ່ານ ບຸນໂຮມ ເທດທານີ ແລະ ການກ່າວຮັບທ່ານ ຄໍາເກັ່ງ ພິລາວົງ ກຳມະການພັກເມືອງ ເລຂາພັກຮາກຖານກຸ່ມບໍເຍຍ ໂດຍຊ່າງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ພະນັກງານສະພາປະຊາຊົນແຂວງ, ພະນັກງານເມືອງ ແລະ ປະຊາຊົນເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເຄື່ອງທີ່ນຳມາມອບມີ: ເຂົ້າສານ ຈໍານວນ 264 ເປົາ, ຖັງໃສ່ນໍ້າ 132 ຖັງ, ສັງກະສີ ຈໍານວນ 2,640 ແຜ່ນ, ເຫຼັກຕະປູກ 660 ກັບ, ຜ້າຫົ່ມ 330 ຜືນ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ ເຊິ່ງເຄື່ອງດັ່ງກ່າວແມ່ນການລະດົມຂົນຂວາຍຂອງສະມາຊິກສະພາປະຊາຊົນແຂວງຈາກບັນດາບໍລິສັດຕ່າງໆ ເພື່ອນໍາມາບັນເທົ່າທຸກໃຫ້ປະຊາຊົນທີ່ຖືກໄພພິບັດນໍ້າຖ້ວມໃນຄັ້ງນີ້. ເຄື່ອງດັ່ງກ່າວໄດ້ມອບໃຫ້ຊາວບ້ານພຽງຫົ່ງ, ບ້ານສັນຍົມ, ບ້ານປ່າຈ້າ, ບ້ານກໍ່ສ້ານ, ໂຮງຮຽນປະຖົມສັນຍົມ ແລະ ໂຮງຮຽນປະຖົມປ່າຈ້າໃຕ້ ເພື່ອຊ່ວຍເຫຼືອບັນເທົາທຸກ ແລະ ໃຫ້ກຳລັງໃຈແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ຟື້ນຟູຊີວິດການເປັນຢູ່ ຂອງເຂົາເຈົ້າຄືນສູ່ສະພາບເດີມເທື່ອລະກ້າວ, ນອກນັ້ນ, ຍັງໄດ້ລົງພື້ນທີ່ກວດກາເບິ່ງຄວາມເສຍຫາຍທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ ແລະ ພ້ອມດຽວກັນນັ້ນຍັງພ້ອມໄປເບິ່ງຈຸດສະຖານທີ່ຕັ້ງບ້ານໃໝ່ໃຫ້ປະຊາຊົນທີ່ຖືກຜົນກະທົບ.

