(ສພຊ) – ວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ໃນວັນທີ 31 ມີນານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອລົມ ໂດຍເນັ້ນໜັກໃຫ້ລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ: ບັນຫານໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກສາສະຖຽນລະພາບຄ່າຂອງເງິນກີບ, ຮັກສາສະຖຽນລະພາບຂອງຄັງເງິນແຫ່ງຊາດ ແລະ ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ, ເລັ່ງລັດໂຄງການຜະລິດເປັນສິນຄ້າ ທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ; ຄົ້ນຄວ້າສົ່ງເສີມການຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ; ເລັ່ງປັບປຸງສ້ອມແປງເສັ້ນທາງທີ່ມີລັກສະນະເປັນອຳມະພາດ, ປັບປຸງສ້ອມແປງເສັ້ນທາງຍຸດທະສາດ ໃຫ້ກາຍເປັນວຽກບຸລິມະສິດຂອງລັດຖະບານ; ເລັ່ງປະຕິຮູບລັດວິສາຫະກິດໃຫ້ເດີນໜ້າຢ່າງເປັນຮູບປະທໍາ, ແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ໄດ້ຕາມແຜນທີ່ວາງໄວ້, ເລັ່ງທວງເອົາໜີ້ທີ່ຕ້ອງຮັບຢ່າງເຂັ້ມງວດ-ເດັດຂາດ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດຕົວ; ສ້າງແຜນຮອງຮັບໄລຍະຂ້າມຜ່ານໄປສູ່ການອອກຈາກສະຖານະພາບດ້ອຍພັດທະນາ ແຕ່ນີ້ເຖິງປີ 2029 ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໃຫ້ໄດ້ຫຼາຍ.


ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ລັດຖະບານ ຂຸ້ນຂ້ຽວປັບປຸງກົນໄກການເຮັດວຽກ ໃຫ້ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ປະຕິບັດບັນດາວຽກງານທີ່ວາງອອກ ໃຫ້ເກີດດອກອອກຜົນເປັນທີ່ປະຈັກຕາ; ຕ້ອງບຸກທະລຸໃນການຫັນເປັນທັນສະໄໝ ເຊິ່ງບັນຫານີ້ ຕ້ອງໄດ້ເລັ່ງລັດປະຕິບັດໃຫ້ປາກົດຜົນເປັນຈິງໂດຍໄວ; ຕ້ອງບຸກທະລຸຫັນປ່ຽນແບບແຜນວິທີເຮັດວຽກຂອງລັດຖະບານ ໂດຍສະເພາະ ການພົວພັນປະສານວຽກງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນແຕ່ລະໄລຍະ; ຕ້ອງຍົກລະດັບໃຫ້ສະມາຊິກລັດຖະບານ ເປັນຜູ້ກ້າປະດິດສ້າງ, ກ້າສະເໜີຄວາມຄິດໃໝ່ໆຕໍ່ຂັ້ນເທິງພິຈາລະນາ ບົນພື້ນຖານການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ປາກົດຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້. ລັດຖະບານ ຕ້ອງໄດ້ເຂັ້ມງວດໃນການປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງກົນໄກເຮັດວຽກຂອງກະຊວງ, ອົງການທຽບເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານທີ່ຮັບຜິດຊອບ; ພ້ອມທັງໃຫ້ກວດກາຄືນທັງໝົດບັນດາໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປແລ້ວ ໃຫ້ເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໃຫ້ສືບຕໍ່ປະຕິບັດຄໍາສັ່ງສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດຢ່າງຕໍ່ເນື່ອງ.

