ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ, ສະບັບເລກທີ 12/ສພຊ, ລົງວັນທີ 15 ພະຈິກ 2016 ກ່ຽວກັບການຕິດຕາມກວດກາ ແລະ ແຜນການ ຊຸກຍູ້ ຕິດຕາມກວດກາ ຂອງຄະນະເລຂາທິການ ສະພາປະຊາຊົນແຂວງ ສະບັບເລກທີ 439/ຄລສ, ລົງວັນທີ 4 ກັນຍາ 2023 ແລະ ເພື່ອເປັນການຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ
ຂອງເມືອງຊ່ອນ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ບັນດາມະຕິ ຂອງສະພາແຫ່ງຊາດ ກໍ່ຄື ບັນດາມະຕິຂອງສະພາປະຊາຊົນແຂວງ, ໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂົງເຂດຢູ່ຂັ້ນເມືອງ ໄດ້ຮັບຜົນສໍາເລັດຄືແນວໃດ, ມີຂໍ້ສະດວກ, ຂໍຫຍຸ້ງຍາກ, ສາເຫດຕ່າງໆ ທີ່ພາໃຫ້ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີການສະຫຼຸບຖອນຖອດບົດຮຽນ ເພື່ອປັບປຸງແກ້ໄຂ ໃນຕໍ່ໜ້າ ໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ຂອງເມືອງ, ເພື່ອນໍາພາ-ຊີ້ນໍາ ເມືອງຊ່ອນຫຼຸດພົ້ນຈາກຄວາມທຸກຍາກ ຕາມແຜນການຂອງລັດຖະບານ, ກໍ່ຄືອົງການປົກຄອງແຂວງ ແລະ ເມືອງວາງໄວ້;


ໃນລະຫວ່າງ ວັນທີ 18-22 ກັນຍາ 2023 ຜ່ານມານີ້້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 8, ປະທານສະພາປະຊາຊົນ ແຂວງຫົວພັນ ພ້ອມດ້ວຍຄະນະທີມງານ ຂອງສະພາປະຊາຊົນແຂວງ ໄດ້ສົມທົບກັບ ການນຳເມືອງຊ່ອນ ລົງຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິ ບັດ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4-5 ຂອງສະພາແຫ່ງຊາດ
ແລະ ສະພາປະຊາຊົນ ແຂວງຫົວພັນ ຕິດພັນກັບການນຳເອົາຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ລົງເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງຢູ່ເມືອງຊ່ອນ ໄດ້ທັງໝົດ 7 ຈຸດ, ກວມເອົາ 5 ບ້ານ, 1 ເທດສະບານເມືອງ ແລະ 1 ດ່ານປະເພນີເມືອງເປີ້, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 476 ຄົນ, ຍິງ 237 ຄົນ, ໃນໂອກາດທີ່ລົງເຄື່ອນໄຫວຄັ້ງນີ້ ທ່ານຍັງໄດ້ມອບເຄື່ອງຊ່ວຍເຫຼືອເປັນເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ໃຫ້ແກ່ບ້ານເພື່ອນຳໄປມອບໃຫ້ແກ່ລູກຫຼານ ຄອບຄົວທີ່ທຸກຍາກໄດ້ນຳໃຊ້ເຂົ້າໃນການຮຽນ ລວມມູນຄ່າ 3.600.000 ກີບ.


ພາບ ແລະ ຂ່າວ ນັກຂ່າວ ສະພາປະຊາຊົນແຂວງຫົວພັນ