ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2022 ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ປະກອບຄໍາຄິດເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ພ້ອມນັ້ນທ່ານໄດ້ສະເໜີໃຫ້ລັດຖະບານ ຄຸ້ມຄອງການແລກປ່ຽນເງິນຕາ ແລະ ການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕ່າງໆ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງຊອກຫາວິທີທາງດຶງເອົາເງິນຕາຕ່າງປະເທດ ທີ່ເຄື່ອນໄຫວຢູ່ນອກລະບົບໃຫ້ເຂົ້າສູ່ລະບົບທະນາຄານ ທັງນີ້, ກໍເພື່ອແກ້ໄຂບັນຫາອັດຕາເງິນເຟີ້ ( ເງິນກີບອ່ອນຄ່າ ) ເນື່ອງຈາກປັດຈຸບັນ ອັດຕາການແລກປ່ຽນອ່ອນຄ່າ ເກີນລະດັບດຸນຍະພາບເສດຖະກິດ-ເງິນຕາ ທີ່ຄວນຈະເປັນ.
ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາຄິດເຫັນໃນຂົງເຂດວຽກງານເສດຖະກິດ-ສັງຄົມ.
