(ສພຊ) – ຕອນເຊົ້າວັນທີ 15 ທັນວາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ຊາຊາກິ ທາໂລະ ເລຂາທິການໃຫຍ່ສະມາຄົມມິດຕະພາບລັດຖະສະພາ ຍີ່ ປຸ່ນ-ລາວ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ສປປລາວ; ການມາຢ້ຽມຢາມ ແລະ ພົບປະຄັ້ງນີ້ ແມ່ນຢູ່ໃນທ່າມກາງບັນຍາກາດທີ່ສອງປະເທດ ພວມມີການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ 10 ປີ ແຫ່ງການຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ເຊິິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນດີງາມທີ່ມີມາດົນນານລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນ ແລະ ແໜ້ນແຟ້ນຍິ່ງຂຶ້ນ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງອົງການນິຕິບັນຍັດ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.
ໃນການພົບປະ, ທັງສອງຝ່າຍໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບການທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວວຽກງານລັດຖະສະພາ ໃຫ້ກັນແລະກັນຊາບໂດຍສັງເຂບ ພ້ອມທັງປຶກສາຫາລືກ່ຽວກັບການສືບຕໍ່ພົວພັນຮ່ວມມືລະຫວ່າງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ກັບ ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ເພື່ອແລກປ່ຽນບົດຮຽນຕ່າງໆນໍາກັນໃນຂົງເຂດນິຕິບັນຍັດ, ການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ຂໍ້ຕົກລົງ ແລະ ໂຄງການ ທີ່ລັດຖະບານຂອງສອງປະເທດໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.
ຕອນຄ່ຳວັນດຽວກັນ ທີ່ເຮືອນພັກເອກອັກຄະລັດຊະທູດຍີ່ປຸ່ນ ປະຈໍາ ສປປລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຈັດການຍ້ອງຍໍໃຫ້ແກ່ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ; ງານລ້ຽງໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການສະຫຼຸບປີສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025.
ທ່ານ ໂຄອິ ຊຸມິ ເອກອັກຄະລັດຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ສອງປະເທດໄດ້ມີການຈັດກິດຈະກໍາຕ່າງໆ ທັງຢູ່ປະເທດຍີ່ປຸ່ນ ແລະ ຢູ່ ສປປລາວ ເພື່ອສະເຫຼີມສະຫຼອງປີທີ່ມີຄວາມໝາຍສຳຄັນທາງປະຫວັດສາດແຫ່ງການພົວພັນການທູດຂອງສອງປະເທດ ເຊິ່ງອັນພົ້ນເດັ່ນແມ່ນການມາຢ້ຽມຢາມປະເທດລາວຂອງສົມເດັດເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ໃນເດືອນພະຈິກທີ່ຜ່ານມາ, ການເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນຂອງທ່ານປະທານປະເທດ ໃນເດືອນພຶດສະພາ ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ໃນເດືອນມັງກອນ 2025 ເຊິ່ງເປັນການປະກອບສ່ວນເຂົ້າໃນການຂະຫຍາຍການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ.
ໃນງານລ້ຽງດັ່ງກ່າວ, ທ່ານທູດ ໂຄອິ ຊຸມິ ໄດ້ຕາງໜ້າໃຫ້ລັດຖະມົນຕີກະຊວງການຕ່າງປະເທດແຫ່ງຍີ່ປຸ່ນ ກ່າວມອບໃບຍ້ອງຍໍກຽດຕິຄຸນໃຫ້ແກ່ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ທີ່ມີຜົນງານປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ-ລາວ ຕະຫຼອດໄລຍະຜ່ານມາ; ໃນນາມຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ກ່າວສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ຮັບການຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດແຫ່ງຍີ່ປຸ່ນ ເຊິ່ງເປັນການໃຫ້ກໍາລັງໃຈ, ໃຫ້ຄວາມສໍາຄັນແກ່ຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໃນນາມເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງຊາດຕະຫຼອດໄລຍະທີ່ຜ່ານມາ ແລະ ໃນນາມຕາງໜ້າໃຫ້ຄະນະມິດຕະພາບ, ທ່ານຍັງໃຫ້ຄຳໝາຍໝັ້ນຈະສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງອົງການນິຕິບັນຍັດ ກໍຄືສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.
ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ຕ້ອນຮັບການຢ້ຽມຂ່ຳນັບຂອງເລຂາທິການໃຫຍ່ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ
