ປະທານກໍາມາທິການການຕ່າງປະເທດຢ້ຽມຢາມ ແລະເຮັດວຽກຢູ່ແຂວງໄຊຍະບູລີ

ກ.ພ. 22, 2022

ໃນວັນທີ 22 ກຸມພາ 2022 ນີ້ ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານ ກໍາມາທິການການຕ່າງປະເທດ ພ້ອມດ້ວນຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ7 ມີບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ຄະນະເລຂາທິການ,ຫົວໜ້າ, ຮອງຫົວ ໜ້າພະແນກການ, ກົມກອງ, ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍ:ອິນທີ ຂຽວສີຟ້າ