(ສພຊ) ວັນທີ 05 ມັງກອນ 2023 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ເພື່ອເປັນການຊ່ວຍເຫຼືອພໍ່ແມ່ປະຊາຊົນ, ເດັກນ້ອຍ ແລະ ຜູ້ດ້ອຍໂອກາດທີ່ຢູ່ເຂດຫ່າງໄກສອກຫຼີກຕ່າງໆຂອບເຂດທົ່ວປະເທດ ໃນການຕ້ານກັບອາກາດໜາວເຢັນ ໂດຍຜ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ເພື່ອນຳໄປສົ່ງມອບຕໍ່; ຕາງໜ້າມອບໂດຍທ່ານ ສຈ. ປອ. ແສງດາວ ຊົມພູນຸດ ຮອງປະ ທານສູນລວມຄຣິດສຕະຈັກຂ່າວປະເສີດ ສປປລາວ ແລະ ຕາງໜ້າຮັບໂດຍທ່ານ ຄຳຈັນ ໂສຕາປະ ເສີດ ປະທານກຳມາທິການບັນດາເຜົ່າ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຜ້າຫົ່ມ ແລະ ເຄື່ອງກັນໜາວ ລວມມູນຄ່າ 33.000.000 ກີບ (ສາມສິບສາມລ້ານກີບ).
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອສະນິດ)