ປະທານກຳມາທິການຍຸຕິທຳ ຮັບການເຂົ້າຢ້ຽມຂ່ຳນັບຂອງເລຂາເອກ ຮັບຜິດຊອບພະແນກການເມືອງຂອງສະຖານທູດຍີ່ປຸ່ນ ປະຈຳ ສປປລາວ

ມ.ຖ. 4, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນຈັນທີ 2 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ມິດສຶໂມໂຕະ ນາຊາຮິໂກະ (Mitsumoto Nasahiko) ເລຂາເອກ ຮັບຜິດຊອບພະແນກການເມືອງຂອງສະຖານເອກະອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປລາວ ພ້ອມດ້ວຍຄະນະ; ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ກໍເພື່ອປຶກສາຫາລືກ່ຽວກັບຜົນການມາ ຢ້ຽມຢາມຂອງທ່ານ ຊາຊາກິ ທາໂຣະ ເລຂາທິການສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ແລກປ່ຽນຄໍາຄິດເຫັນໃນການເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ ປຸ່ນ-ລາວ ກໍຄືການກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສະຖານທູດຍີ່ປຸ່ນ ທີ່ເວລາໃດກໍເອົາໃຈໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການນິຕິບັນຍັດ ກໍຄືສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ. ດ້ວຍການປະກອບສ່ວນ, ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ສະພາແຫ່ງຊາດ ກໍຄືຄະນະຜູ້ແທນຂອງສະພາແຫ່ງຊາດ ໃນຕະຫຼອດໄລຍະຜ່ານມາ ຈຶ່ງເຮັດໃຫ້ສາຍພົວພັນຮ່ວມມືດັ່ງກ່າວ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງຄະນະມິດຕະພາບລັດຖະສະພາຂອງສອງປະເທດ ໄດ້ມີບັນຍາກາດອັນໃໝ່ທີ່ດີຂຶ້ນ, ມີຜົນງານດີເດັ່ນຫຼາຍດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ; ໂດຍສະເພາະ, ເພື່ອເປັນການສະເຫຼີມສະຫຼອງວັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ສອງຄະນະມິດຕະພາບລັດຖະສະພາຂອງສອງປະເທດ ຈະໄດ້ມີໂອກາດພົບປະແລກປ່ຽນຄະນະຜູ້ແທນເຊິ່ງກັນແລະກັນ.
ທ່ານ ມິດສຶໂມໂຕະ ນາຊາຮິໂກະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ລາຍການໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາປຶກສາຫາລືວຽກງານໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ຍີ່ປຸ່ນ-ລາວ ກໍຄືສອງອົງການນິຕິບັນຍັດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)