ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ.

ກ.ພ. 17, 2025 | ເຂດ 12 ຄຳມ່ວນ

   ວັນທີ 17 ກຸມພາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາ ແລະຊຸກຍູ້ວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ ແຂວງຄຳມ່ວນ, ເຂົ້າຮ່ວມມີ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີ ຮອງປະທານກຳມາທິການ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຫົວໜ້າກົມ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຂັ້ນແຂວງ, ຄະນະກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກຖືກເຊີນ.
ໃນວາລະດຳເນີນກອງປະຊຸມທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນຂັ້ນແຂວງ ກ່າວຕ້ອນຮັບ ແລະລາຍງານໂດຍສັງເຂບກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ຈະລາຍງານກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ; ກອງປະຊຸມໄດ້ຮັບຟັງການລາຍງານຈາກ 9 ພາກສວ່ນ ຄື: ພະແນກຍຸຕິທຳແຂວງ, ພະແນກພາຍໃນແຂວງ, ພະແນກພະລັງງານ ແລະບໍ່ແຮ່ແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ; ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ແລະ ຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານຜ່ານມາ, ກອງປະຊຸມໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ເພື່ອຄົ້ນຄວ້າຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໄດ້ຮັບການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ໃນການສ້າງສະຕິເຄົາລົບປະຕິບັດກົດໝາຍ ແລະ ຫຼຸດຜ່ອນການລະເມີນກົດໝາຍ.
ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ກ່ອນອຶ່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ, ຕີລາຄາສູງຕໍ່ຜົນງານທີ່ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງຍາດມາໄດ້, ພ້ອມດຽວກັນນັ້ນ, ທ່ານໄດ້ສະເໜີເໜັ້ນຕື່ມບາງບັນຫາ ເອົາໃຈໃສ່ດັ່ງນີ້:
1. ສະເໜີໃຫ້ບັນດາພະແນກການ, ອົງການຂອງແຂວງຄຳມ່ວນ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ກວ້າງຂວາງ, ເລິກເຊິ່ງ ແລະທົ່ວເຖິງ;
2. ຄະນະພັກ, ຄະນະນຳຂອງແຂວງຄຳມ່ວນ ຄົ້ນຄວ້າພິຈາລະນາສະໜອງງົບປະມານ, ພາຫະນະ ແລະ ບຸກຄະລາກອນເພື່ອຊຸກຍູ້ເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ;
3. ສະເໜີອົງການປົກຄອງແຂວງ ສືບຕໍ່ຈັດຕັ້ງປະຕິບັດຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 01/ຄປຈ. ລົງວັນທີ 3 ມັງກອນ 2024 ວ່າດ້ວຍການສະຫຼຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ແລ້ວລາຍງານໃຫ້ສາຍຕັ້ງຂອງຕົນ ເພື່ອສະຫຼຸບສັງລວມໃຫ້ລັດຖະບານ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.