ປະທານກຳມາທິການການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດຟີລິບປິນ ປະຈຳລາວ

ກ.ຍ. 5, 2025

(ສພຊ) – ວັນທີ 4 ກັນຍາຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ອີລີສະເບດ ຕັນເຕ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຟີລິບປິນ ປະຈຳ ສປປລາວ ໃນໂອກາດທີ່ມາດຳລົງຕຳແໜ່ງໃໝ່.
ຈຸດປະສົງຂອງການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ກໍເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສປປລາວ ແລະ ສ.ຟີລິບປິນ ເວົ້າລວມ, ເວົ້າສະເພາະກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ; ພ້ອມກັນນີ້, ກໍເປັນການສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ສ.ຟີລິບປິນ ຄົບຮອບ 70 ປີ (14/1/1955-14/1/2025).
ໂອກາດດັ່ງກ່າວ, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຊົມເຊີຍທ່ານ ນາງ ອີລີສະເບດ ຕັນເຕ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດຟີລິບປິນ ປະຈຳ ສປປລາວ; ພ້ອມກັນນີ້, ຍັງໄດ້ແຈ້ງສະພາບການພາຍໃນ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ລາວ-ຟີລິບປິນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານກຳມາທິການການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງສະພາບການເລືືອກຕັ້ງສະມາຊິກສະພາສູງ ຊຸດທີ 20 ໃຫ້ຊາບ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປັນໃຈກາງໃນການສານຕໍ່ມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດໃນດ້ານຕ່າງໆ ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.
ໃນປີ 2026 ລັດຖະສະພາຟີລິບປິນ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດລາວ ຈະໄດ້ມີໂອກາດປະສານງານ ແລະ ເຮັດວຽກຮ່ວມກັບສະຖານທູດຟີລິບປິນ ປະຈຳ ສປປລາວ, ເປັນຂົວຕໍ່ແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ.