(ສພຊ) ວັນທີ 28 ພະຈິກຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເປັນ ຣະກັດ ຮອງຫົວໜ້າກົມໃຫຍ່ນິຕິບັນຍັດ ແລະ ການຄົ້ນຄວ້າ ຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຮັດວຽກກະກຽມກ່ອນໃຫ້ແກ່ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດກໍາປູເຈຍ ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທໍາອິດ ຢູ່ ສປປລາວ.
ໂອກາດນີ້, ທ່ານ ສັນຍາ ປຣະເສີດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຮັດວຽກກະກຽມຂອງຄະນະໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເອົາໃຈໃສ່ຂອງຄະນະນໍາ ສະພາແຫ່ງຊາດກໍາປູເຈຍ ແລະ ທັງເປັນການສະໜັບສະໜູນ ໃຫ້ແກ່ການເປັນເຈົ້າພາບຂອງພວກຂ້າພະເຈົ້າ ມີຄວາມລະອຽດ, ຈະແຈ້ງ ແລະ ເຂົ້າໃຈ ເຊິ່ງກັນ ແລະ ກັນທາງດ້ານເນື້ອໃນ, ດ້ານບໍລິຫານ-ພິທີການ, ວຽກງານປ້ອງກັນ ແລະ ອື່ນໆ ທີ່ປິ່ນອ້ອມການຢ້ຽມຢາມ ແລະ ການດໍາເນີນກອງປະຊຸມ CLV; ສໍາລັບວຽກງານກະກຽມຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກໍາປູເຈຍ ສະພາແຫ່ງຊາດລາວ ມີຄວາມພ້ອມແລ້ວ ທັງດ້ານເນື້ອໃນ, ພິທີການຕ້ອນຮັບ ແລະ ບັນດາການເຄື່ອນໄຫວທີ່ສໍາຄັນຕ່າງໆ; ພ້ອມນັ້ນ, ກໍໄດ້ຮັບຟັງຄໍາຄິດຄໍາເຫັນຂອງທ່ານ ເປັນ ປຣະກັດ ຕື່ມ ກ່ຽວກັບບັນດາຂໍ້ຄົງຄ້າງທີ່ໄດ້ພົບເຫັນ ພາຍຫຼັງທີ່ໄດ້ເຮັດວຽກກັບຄະນະກອງເລຂາຂອງສະພາແຫ່ງຊາດລາວ ແລະ ຂໍ້ສະເໜີຕ່າງໆ ຂອງສະພາແຫ່ງຊາດກໍາປູເຈຍ.
ໃນຕອນທ້າຍ, ປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາຄໍາຄິດຄໍາເຫັນຕ່າງໆ ຂອງຄະນະກະກຽມ ແລະ ຜົນການປຶກສາຫາລື ເຊິ່ງເປັນຜົນປະໂຫຍດຢ່າງຍິ່ງໃຫ້ແກ່ການກະກຽມເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ຢູ່ ສປປລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ; ພ້ອມທັງອວຍພອນໄຊອັນປະເສີດມາຍັງທ່ານ ແລະ ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ເດີນທາງກັບຄືນປະເທດ ໂດຍສະຫວັດດີພາບ.
ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ເປັນ ຣະກັດ ພ້ອມດ້ວຍຄະນະ ຍັງໄດ້ເຮັດວຽກ ແລະ ປຶກສາຫາລື ຮ່ວມກັບຄະນະຈາກສະພາແຫ່ງຊາດລາວ ເຊິ່ງນຳໂດຍທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພັວພັນລັດຖະສະພາສອງຝ່າຍ ຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ກ່ຽວກັບການມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດກໍາປູເຈຍ ນຳໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ຈະເດີນທາງມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ທັນວາ 2023 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດສາມປະທານສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ໃນລະຫວ່າງວັນທີ 4-7 ທັນວາ 2023 ເຊິ່ງຈະສຸມໃສ່ 5 ວຽກທີ່ສໍາຄັນຄື: 1. ວຽກງານເນື້ອໃນ ສໍາລັບການຢ້ຽມຢາມທາງການ; 2. ວຽກງານກອງປະຊຸມ CLV; 3. ວຽກງານບໍລິຫານ-ພິທີການ; 4. ວຽກງານປ້ອງກັນຄວາມປອດໄພ ແລະ 5. ວຽກງານຂະບວນຂີ່ລົດຖີບສາມັກຄີ ແລະ ການແຂ່ງຂັນຂີ່ລົດຖີບ. ພາຍຫຼັງໄດ້ປຶກສາຫາລື ແລະ ມີຄວາມເປັນເອກະພາບນໍາກັນແລ້ວ ຄະນະໄດ້ລົງກວດກາເບິ່ງສະຖານທີ່ຕົວຈິງ ເຊັ່ນ: ຫ້ອງພົບປະສອງຝ່າຍ ລະຫວ່າງສອງປະທານສະພາແຫ່ງຊາດ, ສອງປະທານກໍາມາທິການການຕ່າງປະເທດ, ສອງຄະນະເລຂາທິການ ແລະ ສອງປະທານຄະນະມິດຕະພາບລັດຖະສະພາລາວ-ກໍາປູເຈຍ ແລະ ສະຖານທີ່ອື່ນໆອີກຈຳນວນໜຶ່ງ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)