
ຕອນເຊົ້າຂອງວັນສຸກ, ວັນທີ 22 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມ ສພຂ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ປະຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສພຂ, ມີຮອງປະທານ ສພຂ, ບັນດາທ່ານຄະນະປະຈຳ ສພຂ, ຄະນະເລຂາທິການ ສພຂ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ທອງຄານ ວັດສະດາກອນ ໄດ້ຕາງໜ້າຄະນະພັກ ປະຖະກະຖາເອກະສານວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ(13 ກໍລະກົດ 1909 – 13 ກໍລະກົດ 2022) ທ່ານໄດ້ສະເໜີໃຫ້ຮູ້ຊີວິດ, ການເຄື່ອນ ໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ ແລະ ສິງທີ່ຕ້ອງສືບຕໍ່ເພີ່ມພູນຄູນສ້າງ ແລະ ຮ່ຳຮຽນເອົາແບບຢ່າງຄຸນງາມ ຄວາມດີຂອງປະທານ ສຸພານຸວົງ ເປັນຕົ້ນແມ່ນ: 1. ຮຽນເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກກໍ່ຄືແນວທາງປ່ຽນແປງໃໝ່, ເອົາໃຈໃສ່ຝຶກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດ ທີ່ຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ; 2. ອອກແຮງສຶກສາຮໍ່າຮຽນທິດສະດີ ມາກ-ເລນິນ, ເຕັກນິກວິທະຍາສາດ, ພາສາຕ່າງປະເທດ ແລະ ວິຊາຊີບໃນຂະແໜງການຕ່າງໆ ເພື່ອໃຫ້ຕົນເອງມີຄວາມຮູ້ຄວາມສາມາດສູງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນກໍ່ຕ້ອງສ້າງຕົນເອງໃຫ້ເປັນຄົນກ້າຫານ, ກ້າຄິດກ້າສະແດງອອກ ເພື່ອປະກອບຄຳຄິດຄຳເຫັນທີ່ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; 3. ຕ້ອງດໍາລົງຊີວິດດ້ວຍຄວາມຊື່ສັດປອດໃສຂາວສະອາດ, ດຸໝັ່ນໃນການອອກແຮງງານ, ສ້າງເສດຖະກິດຄອບຄົວ, ປະຢັດມັດທະຍັດ, ບໍ່ຫຼິ້ນກິນຟູມເຟືອຍ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ການຜະລິດເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວ, ຫຼຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາ; 4. ຕ້ອງເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ຕໍ່ສູ້ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກສັດຕູ, ພະຍາຍາມບຸກບືນກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ ແລະ ມີຄວາມຈະເລີນຮຸ່ງເຮືອງສີວິໄລ; 5. ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ກ່ອນອື່ນໝົດແມ່ນຄວາມສາມັກຄີລະຫວ່າງເຜົ່າ, ຊັ້ນຄົນ ແລະ ສາສະໜາໃຫ້ໜັກແໜ້ນ. ເດັດດ່ຽວສະກັດກັ້ນ ແລະ ຕີຖອຍຖ້ອຍທຳນອງ ແລະ ການເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນເຜົ່າຕ່າງໆ ແລະ ຄວາມສາມັກຄີລະຫວ່າງເຜົ່າ, ລະຫວ່າງສາສະໜາຂອງພວກອິດທິປໍລະປັກນັ້ນຢ່າງທັນການ. ຄະນະພັກ, ອົງການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ ແລະ ລົງກໍ່ສ້າງຮາກຖານບ້ານ, ເມືອງ ໃຫ້ໜັກແໜ້ນເຂັ້ມແຂງ ເພື່ອສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ 6. ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດ ແລະ ອື່ນໆ.



ພາບ/ຂ່າວ: ແສງພອນ ອິນນະລົງ.