ປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດລູກ ໃຫ້ມີຄວາມຄືບໜ້າໄວຂຶ້ນ

ມ.ຖ. 18, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 12 ມິຖຸນາຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ໄລຍະ 50 ປີຜ່ານມາ, ຂະແໜງພະລັງງານໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນທັງທາງກົງ ແລະ ທາງອ້ອມ ໂດຍສາມາດນໍາໃຊ້ທ່າແຮງຈາກເເຫຼ່ງນໍ້າເພື່ອສ້າງເເຫຼ່ງຜະລິດໄຟຟ້າ 109 ແຫ່ງ ກໍາລັງຕິດຕັ້ງ 12,235.84 MW ໃນນັ້ນ, ຊົມໃຊ້ພາຍໃນ 4,600 MW (37% ຂອງກໍາລັງຕິດຕັ້ງ) ທຽບໃສ່ປີ 1975 ມີແຫຼ່ງຜະລິດໄຟຟ້າ 4 ແຫ່ງ ກໍາລັງຕິດຕັ້ງ 33 MW ແລະ ສະໜອງໄຟຟ້າຊົມໃຊ້ໃນຄົວເຮືອນໄດ້ 3%, ປີ 2005 ປະຊາຊົນເຂົ້າເຖິງໄຟຟ້າໄດ້ຫຼາຍກວ່າ 96%, ສະເພາະປີ 2024 ລາຍຮັບຈາກການສົ່ງອອກມີມູນຄ່າ 2,655 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 12% ຈາກປີ 2023). ສປປລາວ ຖືກຮັບຮູ້ຢ່າງກວ້າງ ຂວາງໃນພາກພື້ນ ວ່າເປັນປະເທດທີ່ຜະລິດພະລັງງານສະອາດ ແລະ ດຶງດູດການລົງທຶນເຂົ້າໃນການພັດທະນາອຸດສາຫະກຳ ແລະ ການບໍລິການ, ອັນພົ້ນເດັ່ນແມ່ນການພັດທະນາເຂດເສດຖະກິດພິເສດທີ່ມີນັກລົງທຶນມາຕັ້ງໂຮງຈັກ-ໂຮງງານ ເພາະມີພະລັງງານເພື່ອເຮັດການຜະລິດສົ່ງອອກ; ການພັດທະນາຂະແໜງພະລັງງານໄຟຟ້າໄດ້ສ້າງໂອກາດ, ຈຸດແຂງ ແລະ ຂໍ້ໄດ້ປຽບ ໃນການພັດທະນາປະເທດຕາມທິດສີຂຽວ ແລະ ຍືນຍົງ, ສາມາດສ້າງເສດຖະກິດປ່ອຍມົນລະພິດຕໍ່າ; ໃນອະນາຄົດ, ຍັງສາມາດບໍລິຫານຈັດການ ແລະ ນໍາໃຊ້ຊັບພະຍາກອນນໍ້າ ຈາກອ່າງເກັບນໍ້າ ເເລະ ການປ່ອຍນ້ຳ ເພື່ອພັດທະນາກະສິກຳ ເເລະ ການທ່ອງທ່ຽວເເບບຍືນຍົງ; ນໍາໃຊ້ເຂດປ່າໄມ້ສະຫງວນຍອດນ້ຳ ເພື່ອສ້າງລາຍຮັບຈາກການຄ້າຊັບສິນກາກບອນ.
ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ການພັດທະນາແຫຼ່ງພະລັງງານໄຟຟ້າໃນໄລຍະຜ່ານມາ ໄດ້ສ້າງບັນຫາໜັກໜ່ວງໃຫ້ແກ່ປະເທດເຮົາເຊັ່ນກັນ, ອັນພົ້ນເດັ່ນແມ່ນການສ້າງໜີ້ມະຫາສານ ຍ້ອນການກູ້ຢືມຈາກຕ່າງປະເທດເພື່ອມາພັດທະນາເຂື່ອນ, ສາຍສົ່ງ, ພື້ນຖານໂຄງລ່າງ ເເລະ ລະບົບສະໜັບສະໜູນໃຫ້ເເກ່ການຜະລິດ, ສົ່ງ ເເລະ ຈຳໜ່າຍໄຟຟ້າ; ສົ່ງຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ຊີວະນານາພັນ ເຊັ່ນ: ການທໍາລາຍເນື້ອທີ່ປ່າ, ລະບົບນິເວດວິທະຍາ, ສັດປ່າ ເເລະ ປາຫຼາຍຊະນິດ ມີຄວາມສ່ຽງສູນພັນ, ປະຊາຊົນສູນເສຍເນື້ອທີ່ທຳມາຫາກິນ; ເກີດອຸບັດເຫດເຄື່ອງພັງ ເຮັດໃຫ້ປະຊາຊົນເສຍຊີວິດ, ບ້ານເຮືອນ ແລະ ເຂດທຳມາຫາກິນຖືກທໍາລາຍ; ເຂື່ອນໄຟຟ້າສ່ວນໃຫຍ່ ແມ່ນຂຶ້ນກັບການຄຸ້ມຄອງຂອງນັກລົງທຶນຕ່າງປະເທດຕາມສັນຍາໄລຍະຍາວ, ເຮັດໃຫ້ລັດຖະບານບໍ່ສາມາດບໍລິຫານຈັດການການສະໜອງພະລັງງານພາຍໃນ ແລະ ລາຍຮັບເງິນຕາ ໄດ້ດີເທົ່າທີ່ຄວນ.
ທ່ານ ມະໄລທອງ ກົມມະສິດ ລາຍງານໃຫ້ຮູ້ຕື່ມອີກວ່າ: ເພື່ອແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາ ແລະ ພັດທະນາຂະແໜງພະລັງງານໃຫ້ເຂັ້ມແຂງ, ຍືນຍົງ ແລະ ເພື່ອປະເທດຊາດ-ປະຊາຊົນໄດ້ຮັບຜົນປະເທດຫຼາຍຂຶ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະປະຕິບັດທິດທາງ ແລະ ມາດຕະການ ຄື: 1) ຄົ້ນຄວ້າ ແລະ ເຈລະຈາສັນຍາກັບຜູ້ພັດທະນາ ໂດຍສະເພາະສະເໜີປັບໂຄງສ້າງໜີ້, ຍືດໄລຍະຊຳລະໜີ້ ແລະ ຫຼຸດດອກເບ້ຍ; ສະເໜີປັບປຸງສັນຍາເພື່ອໃຫ້ລັດຖະບານສາມາດແບ່ງປັນລາຍໄດ້ຈາກການຂາຍໄຟຟ້າ ເພີ່ມຂຶ້ນ; 2) ໃຫ້ບຸລິມະສິດການສະໜອງພະລັງງານເພື່ອການຊົມໃຊ້ ແລະ ພັດທະນາອຸດສາຫະກຳພາຍໃນປະເທດ ໂດຍເພີ່ມສັດສ່ວນການສະຫງວນພະລັງງານໃນໂຄງການສ້າງໃໝ່ ໃຫ້ໄດ້ 20-30% ເພື່ອຫຼຸດການສົ່ງອອກ ແລະ ກະຕຸ້ນການລົງທຶນພັດທະນາອຸດສາຫະກຳ, ສ້າງນິຄົມອຸດສາຫະກຳບໍ່ຫ່າງຈາກໂຮງງານຜະລິດໄຟຟ້າ ເພື່ອຫຼຸດຜ່ອນຕົ້ນທຶນການສ້າງສາຍສົ່ງ, ຈຳກັດການສົ່ງອອກວັດຖຸດິບ ເພື່ອສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງແຮ່ທາດ ແລະ ກະສິກຳ; 3) ພັດທະນາພະລັງງານທາງເລືອກ ເພື່ອສົ່ງເສີມການພັດທະນາພະລັງງານແສງຕາເວັນ ແລະ ພະລັງງານລົມ ໃຫ້ຫຼາຍຂຶ້ນ, ສ້າງນະໂຍບາຍພິເສດສົ່ງເສີມການລົງທຶນ ແລະ ພັດທະນາລະບົບເກັບໄຟຈາກໄຟຟ້າແສງຕາເວັນ ແລະ ລົມ, ສົ່ງເສີມການພັດທະນາພະລັງງານຊີວະພາບຈາກພືດຕ່າງໆ ເຊັ່ນ: ນໍ້າມັນຈາກປາມ, ໝາກເຍົາ, ໝາກນໍ້າມັນ, ອ້ອຍ ແລະ ສິ່ງເສດເຫຼືອຈາກພືດ ແລະ ສັດ, ຮ່ວມມືກັບຕ່າງປະເທດ ເພື່ອພັດທະນາພະລັງງານໄຮໂດຼເຈັນ ແລະ ນິວເຄຼຍ; 4) ດຶງດູດ ແລະ ຄັດເລືອກນັກລົງທຶນທີ່ດີ ເພື່ອຮ່ວມມືກັບລັດຖະບານ ພັດທະນາໂຄງການພະລັງງານ ໂດຍສົ່ງເສີມການຮ່ວມລົງທຶນໂຄງການພັດທະນາພະລັງງານ ໂດຍລັດວິສາຫະກິດ ຫຼື ເອກະຊົນພາຍໃນ ຖືຮຸ້ນຢ່າງໜ້ອຍ 30%, ສ້າງນະໂຍບາຍພິເສດເພື່ອສົ່ງເສີມການລົງທຶນຜະລິດພະລັງງານສະໜອງໃຫ້ອຸດສາຫະກຳພາຍໃນ ໂດຍສະເພາະອຸດສາຫະກຳປຸງແຕ່ງລະບົບຕ່ອງໂສ້ການຜະລິດ; 5) ອໍານວຍຄວາມສະດວກ, ຊຸກຍູ້ ແລະ ຊ່ວຍເຫຼືອ ເພື່ອເລັ່ງພັດທະນາໂຄງການພະລັງງານທີ່ໄດ້ສຶກສາ ຫຼື ສໍາປະທານແລ້ວ; ຫຼຸດຜ່ອນຂັ້ນຕອນ, ຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂທີ່ອໍານວຍໃຫ້ບັນດາໂຄງການທີ່ລັດຖະບານໄດ້ອະນຸມັດ ໃຫ້ດໍາເນີນໄປຕາມແຜນການ ຫຼື ໄວຂຶ້ນ; ປຶກສາຫາລື ເພື່ອໃຫ້ບັນດາໂຄງການທີ່ມີທ່າເເຮງ ສາມາດເຂົ້າເຖິງເເຫຼ່ງທຶນຈາກພາຍໃນ ຫຼື ຕ່າງປະເທດ ເພື່ອພັດທະນາພະລັງງານສະໜອງພາຍໃນ; 6) ປະຕິຮູບລະບົບການເງິນ ແລະ ການບໍລິຫານ ໂດຍສ້າງລະບົບທັນສະໄໝເພື່ອຕິດຕາມ ເເລະ ຄວບຄຸມການເກັບລາຍຮັບຈາກການຂາຍພະລັງງານໃນຕະຫຼາດພາຍໃນ ແລະ ສົ່ງອອກ, ເປີດເຜີຍສັນຍາໂຄງການລົງທຶນດ້ານພະລັງານໄຟຟ້າໃຫ້ໜ່ວຍງານທີ່ເຮັດບົດບາດຕິດຕາມກວດກາສັນຍາໂຄງການ ທີ່ລັດຖະບານ ແລະ ສະພາແຫ່ງຊາດ ຕົກລົງເຫັນດີເປັນເອກະພາບ, ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດການກວດສອບ ເເລະ ກວດກາ ໃນຂົງເຂດໂຄງການຜະລິດ ແລະ ຈຳໜ່າຍພະລັງງານ; 7) ປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດລູກ ໃຫ້ມີຄວາມຄືບໜ້າໄວຂຶ້ນ ຕາມແຜນປະຕິຮູບທີ່ລັດຖະບານໄດ້ຮັບຮອງ ເປັນຕົ້ນ: ແຜນປັບປຸງພາຍໃນ ໂດຍສະເພາະການຫຼຸດລາຍຈ່າຍ, ຫຼຸດການສູນເສຍພະລັງງານ, ຫຼຸດພະນັກງານ, ປັບປຸງລະບົບບັນຊີ-ການເງິນ, ແກ້ໄຂບັນຫາຄວາມໂປ່ງໃສ; ປັບໂຄງສ້າງໜີ້ ໂດຍເຈລະຈາກັບເຈົ້າໜີ້, ຕັດສິນໃຈແກ້ໜີ້ ບໍ່ເກີດດອກອອກຜົນ ເເລະ ແຍກຊັບສິນດີ ແລະ ບໍ່ດີ; ປັບປຸງໂຄງສ້າງລາຄາພາກຊື້ ໂດຍເຈລະຈາລາຄາຊື້ໄຟຟ້າໃຫ້ຕໍ່າລົງຕື່ມ, ປັບປຸງໂຄງສ້າງລາຄາພາກຂາຍ ໂດຍຄ່ອຍຂຶ້ນລາຄາໄຟຟ້າ ເພື່ອໃຫ້ສ່ອງແສງເຖິງຕົ້ນທຶນຕົວຈິງ; ເລັ່ງຈັດຕັ້ງປະຕິບັດໂຄງການລົງທຶນທີ່ມີປະສິດທິຜົນສູງທາງດ້ານເສດຖະກິດ ເພື່ອສ້າງແຫຼ່ງລາຍຮັບໃໝ່ໃຫ້ແກ່ບໍລິສັດ.
ທິດທາງໃນຕໍ່ໜ້າ ຕ້ອງສ້າງການຫັນປ່ຽນຈາກການເປັນ “ໝໍ້ໄຟໃຫ້ແກ່ກຳໄລຂອງຕ່າງປະເທດ” ມາເປັນ “ເສດຖະກິດທີ່ມີອຸດສາຫະກຳເຂັ້ມແຂງດ້ວຍພະລັງງານຕົນເອງ” ຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍການເຈລະຈາໜີ້ສິນ, ໃຫ້ບຸລິມະສິດແກ່ການສ້າງອຸດສາຫະກຳພາຍໃນ, ສ້າງຄວາມຫຼາກຫຼາຍທາງດ້ານການຜະລິດພະລັງງານ ແລະ ສ້າງໂຄງການລົງທຶນແບ່ງປັນຜົນປະໂຫຍດທີ່ກຸ້ມຄ່າ-ເປັນທໍາ.