ປະດັບຫຼຽນລະນຶກ 50 ປີ, ຫຼຽນລະນຶກ 5 ປີ ສະພາແຫ່ງຊາດ

​ພ.ຈ. 21, 2025

(ສພຊ) – ໃນວາລະຕອນບ່າຍວັນພະຫັດທີ 20 ພະຈິກຜ່ານມາ, ກອງປະຊຸມສະໄໝສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີພິທີປະດັບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ, ຫຼຽນລະນຶກ 5 ປີ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຊິ່ງໃນພິທີ, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ກ່າວຈຸດປະສົງ ແລະ ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ ໃຫ້ແກ່ບັນດາກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ I-IX, ລັດຖະມົນຕີ, ທຽບເທົ່າ, ເລຂາພັກນະຄອນຫຼວງ, ແຂວງ, ຮອງລັດຖະມົນຕີ, ຮອງເລຂາພັກນະຄອນຫຼວງ, ແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແຕ່ຊຸດ III-IV.
ຈາກນັ້ນ, ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ປະດັບຫຼຽນກາລະນຶກ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ ໃຫ້ແກ່ບັນດາທ່ານຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII; ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ປະດັບຫຼຽນກາລະນຶກ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ສະພາແຫ່ງຊາດ ຊຸດທີ IX ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ແລະ ປະດັບໃຫ້ແກ່ ສສຊ ນັບແຕ່ເຂດເລືອກຕັ້ງທີ 1-18; ທ່ານ ປອ. ໄຊສົມພອນ ພົມວິຫານ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ຄະນະ ສສຊ ປະຈໍາເຂດເລືອກຕັ້ງ ແລະ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ ສສຊ ຊຸດທີ IX; ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ ສສຊ ຊຸດທີ IX.

(ກົງທະນູຄຳ ພິພັດເສລີ)