(ສພຊ) – ເພື່ອເປັນທີ່ລະນຶກແກ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ; ຕອນສວາຍວັນທີ 1 ທັນວານີ້, ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ໂດຍມີບັນດາການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ ຂອງສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ສະບັບເລກທີ 1017/ຄລສພ, ລົງວັນທີ 10/11/2025 ໃຫ້ສະມາຊິກພັກບຳນານຂອງສະພາແຫ່ງຊາດ (ຕົກຫຼົ່ນ) ຈຳນວນ 12 ສະຫາຍ, ຍິງ 2 ສະຫາຍ, ຜ່ານລາຍຊື່ຂຶ້ນຮັບຫຼຽນກາລະນຶກ 70 ປີ ແລະ ລາຍຊື່ຂຶ້ນຮັບຫຼຽນກາລະນຶກ 50 ປີ; ຈາກນັ້ນ, ໄດ້ປະດັບຫຼຽນໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ຕາມລຳດັບ.
(ນາງ ອາລິນ ສຸພິມມະປະດິດ)

