(ສພຊ) – ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນານີ້ ໂດຍການເປັນປະທານຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ເຂົ້າຮ່ວມມີສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ປະທານຄະນະກວດກາພັກສະພາແຫ່ງຊາດ ພ້ອມດ້ວຍບັນດາສະຫາຍສະມາຊິກພັກບຳນານ ແລະ ປະຈຳການພາຍໃນສະພາແຫ່ງຊາດ.

ໃນພິທີ, ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ສະບັບເລກທີ 441/ຄລສພ, ລົງວັນທີ 14/3/2025 ໃຫ້ສະມາຊິກພັກສະພາແຫ່ງຊາດ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນທັງໝົດ 49 ສະຫາຍ, ໃນນີ້ ສະມາຊິກພັກບຳນານ 27 ສະຫາຍ ຍິງ 7 ສະຫາຍ, ສະມາຊິກພັກປະຈຳການ 22 ສະຫາຍ ຍິງ 4 ສະຫາຍ. ຈາກນັ້ນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະດັບຫຼຽນກາລະນຶກໃຫ້ສະມາຊິກພັກທີ່ໄດ້ຮັບຫຼຽນ 70 ປີ ຂອງພັກ ຂັ້ນຄະນະປະຈຳ ແລະ ອະດີດຄະນະປະຈຳສະພາແຫ່ງຊາດ; ສະຫາຍ ຄຳໃບ ດຳລັດ ປະດັບຫຼຽນກາລະນຶກໃຫ້ສະມາຊິກພັກທີ່ໄດ້ຮັບຫຼຽນ 70 ປີ ຂອງພັກ ຂັ້ນຮອງປະທານ ແລະ ອະດີດຮອງປະທານກໍາມາທິການສະພາແຫ່ງຊາດ ແລະ ທຽບເທົ່າ, ຂັ້ນກົມ ແລະ ທຽບເທົ່າ.


(ນາງ ໄຊໂສພາພອນ ມິ່ງມຸງຄຸນ)