ປະຊຸມຮ່ວມບັນດາສະຖານທູດ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງ ສພຊ ແລະ ສພຂ

ມ.ຖ. 4, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 29 ພຶດສະພາຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມຮ່ວມກັບບັນດາສະຖານທູດ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກໍາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າຈາກບັນດາສະຖານທູດ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ທ່ານ ສັນຍາ ປຣະເສີດ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ຕ້ອງການທີ່ຈະຊຸກຍູ້ການສົນທະນາ ແລະ ການຮ່ວມມື ລະຫວ່າງສະຖາບັນລັດຖະສະພາຂອງ ສປປລາວ ກັບ ຄູ່ຮ່ວມງານສາກົນ ກ່ຽວກັບການເສີມສ້າງການປົກຄອງ, ຄວາມສາມາດຂອງສະຖາບັນລັດຖະສະພາ ແລະ ຕ້ອງການທີ່ຈະຮັບປະກັນວ່າ ຂໍ້ລິເລີ່ມການເສີມສ້າງລັດຖະສະພາ ຍັງຄົງສອດຄ່ອງກັບບັນດາເປົ້າໝາຍການພັດທະນາແຫ່ງຊາດ ແລະ ຂອບວຽກທົ່ວໂລກ ລວມທັງ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ແບ່ງປັນຄວາມຄືບໜ້າ ແລະ ບັນດາຍຸດທະສາດທີ່ເປັນບຸລິມະສິດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໃນຂົງເຂດການພັດທະນານິຕິກຳ, ຕິດຕາມກວດກາ ແລະ ການເຂົ້າຮ່ວມຂອງປະຊາຊົນ, ຮ່ວມກັນຖືເອົາການສະໜັບສະໜູນດ້ານການເງິນ ແລະ ເຕັກໂນໂລຊີໃນປັດຈຸບັນ ຈາກບັນດາຄູ່ຮ່ວມມືສາກົນ.
ທ່ານປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາສະຖານທູດ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມມືພັດທະນາ ທີ່ສະໜັບສະໜູນວຽກງານກະກຽມ ແລະ ຜັນຂະຫຍາຍກອງປະຊຸມສະພາສາກົນ ອາຊຽນ ຄັ້ງທີ 45, ການສະໜັບສະໜູນຈາກແຜນງານໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPS) ຂອງອົງການສະຫະປະຊາຊາດ ໄດ້ເພີ່ມຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານລັດຖະສະພາ ແລະ 3 ກຳມາທິການຂອງສະພາແຫ່ງຊາດ ເຂົ້າຮ່ວມຢ່າງຕັ້ງໜ້າໃນການກະກຽມ ແລະ ເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໃນເດືອນຕຸລາ 2024; ແຜນງານໂຄງການ STEPS ໄດ້ສະໜັບສະໜູນການປຶກສາຫາລື ແລະ ການເຝິກອົບຮົມ 11 ຄັ້ງ ທີ່ນຳພາໂດຍຊ່ຽວຊານພາກພື້ນ ລວມທັງອະດີດເລຂາທິການໃຫຍ່ AIPA 2 ທ່ານ ແລະ ຄະນະເລຂາທິການຂອງ AIPA/Japata.
ທີ່ປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດ, ຄວາມຄືບໜ້າ ແລະ ການພັດທະນາອົງກອນຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II; ໝາກຜົນຂອງການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ ໃນປີ 2024 ຫາເດືອນມັງກອນ 2025; ການນຳສະເໜີ ແລະ ແລກປ່ຽນຄວາມຄິດຄວາມເຫັນຈາກສະພາແຫ່ງຊາດ ປະກອບມີ: ກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ກໍາມາທິການກົດໝາຍ, ກໍາມາທິການຍຸຕິທໍາ, ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ສະຖາບັນຄົ້ນຄວ້ານິຕິກໍາ ແລະ ຈາກສະພາປະຊາຊົນຂັ້ນແຂວງ: ໄຊຍະບູລີ, ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ; ການນໍາສະເໜີກ່ຽວກັບກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າສະພາແຫ່ງຊາດ (ICPMS); ການວິເຄາະສະຖານະພາບຕໍ່ກັບການຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນໃຫ້ແກ່ ສພຊ ແລະ ສພຂ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນ.
(ສອນສັກ ວັນວິໄຊ)