ໃນໂອກາດທີ່ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6ແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວວຽກງານພົບປະຜູ້ມີສິດເລືອກຕັ້ງ ຢູ່ສຳນັກເມືອງນ້ຳບາກ, ບ້ານບົມ, ບ້ານຫ້ວຍກ້ອງ, ບ້ານນາໃໝ່ ແລະ ເຂດບ້ານປາກມອງ ຂອງເມືອງນ້ຳບາກ ແຂວງຫຼວງພະບາງ ປະຊາຊົນໄດ້ມີຄຳສະເໜີ ບາງບັນຫາກ່ຽວກັບ ສະພາບເສັ້ນທາງທີ່ເປເພ ເຮັດໃຫ້ການສັນຈອນໄປມາຫາບ່ອນທຳການຜະລິດ, ການຂົນສົ່ງສິນຄ້າຕ່າງໆ ແມ່ນພົບຄວາມຫຍຸ້ງຍາກ, ບັນຫານ້ຳປະປາ ແລະ ບັນຫາມົນລະພິດທາງອາກາດ ຈາກໂຮງງານຜະລິດແປ້ງມັນຕົ້ນ ທີ່ສົ່ງກິ່ນເໝັນໄປທົ່ວເທດສະບານເມືອງ.
ເຊິ່ງໃນລະຫວ່າງວັນທີ 18-21 ສິງຫາ 25 ທີ່ຜ່ານມາ, ທ່ານ ປອ ກໍລະກັນ ພົມມະວົງ ກຳມະການປະຈຳ ກຳມາທິການ ວັດທະນະທຳສັງຄົມ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ລົງໂຄສະນາເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ໂດຍມີ ພະນັກງານ-ລັດຖະກອນຂອງເມືອງ, ທະຫານ, ຕຳຫຼວດ, ແພດ-ໝໍ, ຄູ-ອາຈານ, ຊາວຜູ້ອອກແຮງງານ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 618 ທ່ານ, ຍິງ 261 ທ່ານ.
ເຊິ່ງການລົງໄປແຕ່ລະຈຸດນັ້ນ ຍັງໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ບ້ານ ເຊິ່ງເຫັນໄດ້ວ່າ ສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແມ່ນສາມາດປະຕິບັດໄດ້ດີສົມຄວນ ເຊິ່ງມັນໄດ້ສະແດງອອກຄື ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍດີຂຶ້ນເທື່ອລະກ້າວ, ປະກົດການຫຍໍ້ທໍ້ທາງສັງຄົມຄ່ອຍລຸດລົງ ແຕ່ຄຽງຄູ່ກັນນັ້ນ ກໍ່ຍັງມີບາງບັນຫາທີ່ຍັງຄົງຄ້າງ, ສິ່ງທ້າທາຍຈຳນວນໜຶ່ງ ທີ່ຈະຕ້ອງໄດ້ເອົາໃຈໃສ່ ສືບຕໍ່ຊອກຫາວິທີທາງແກ້ໄຂໃຫ້ດີຂຶ້ນໃນອະນາຄົດຂ້າງໜ້າ;
ແລະ ຕໍ່ກັບຄຳສະເໜີດັ່ງກ່າວ ທີ່ປະຊາຊົນໄດ້ສະເໜີມານັ້ນ, ບາງຄຳສະເໜີກໍໄດ້ອະທິບາຍຊີ້ແລ້ວກັບທີ່ ແລະ ມີບາງຄຳສະເໜີ ແມ່ນໄດ້ສັງລວມ ແລ້ວສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ແຂວງ ສົມທົບກັນຄົ້ນຄວ້າຫາວິທີທາງແກ້ໄຂບັນຫາດັ່ງກ່າວ ໃຫ້ທ່ວງທັນກັບສະພາບການ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການເມືອງ, ອົງການຈັດຕັ້ງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຍົກສູງສິດເປັນເຈົ້າໃນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ–ສັງຄົມ ກໍຄື ມະຕິ ກອງປະຊຸມ ຂອງສະພາແຫ່ງຊາດ ແລະ ມະຕິ ກອງປະຊຸມ ສະພາປະຊາຊົນແຂວງ ໂດຍສະເພາະແມ່ນ 02 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງີນ ແລະ ບັນຫາຍາເສບຕິດ;ພ້ອມກັນອອກແຮງແຂ່ງຂັນ ຊຸກຍູ້ ເສີມສ້າງເສດຖະກິດ-ສັງຄົມ ຂອງເມືອງ ແລະ ບ້ານ ກໍ່ຄືການສ້າງເສດຖະກິດຄອບຄົວ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນ ເພື່ອເປັນພື້ນຖານ ໃຫ້ແກ່ການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງເມືອງໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຫັນໄປສູ່ການພັດນາໃນຕໍ່ໜ້າ.
ຂ່າວ ແລະ ພາບ: ວິລິຍະ ວັນນະສີ