
ຕອນບ່າຍວັນທີ 22 ທັນວາ 2025 ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ3 ແຂວງຫຼວງນໍ້າທາ ໄດ້ໄຂກອງປະຊຸມປະຈຳປີ 2025 ຂຶ້ນທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົຕ ປອ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ມີບັນດາທ່ານ ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ອາດີດສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ3 ພ້ອມດ້ວຍພາກສ່ວນທີາກ່ຽວຂ້ອງເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຮ່າງແຜນການເຄື່ອນໄຫວ 5 ປີ (2026-2030), ປະຈໍາປີ 2026 ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ X ທັງນີ້ເພື່ອຕີລາຄາຄືນການເຄື່ອນໄຫວວຽກງານປະຈໍາ 5 ປີຜ່ານມາ ຊຶ່ງໄດ້ປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຕົ້ນ ດ້ານນິຕິບັນຍັດ ແລະ ນິຕິກຳ,ໄດ້ຄົ້ນຄວ້າ, ທາບທາມ ແລະ ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍຂອງສະພາແຫ່ງຊາດ, ພາກສ່ວນທີ່ກ່ຽວຂ້ອງທີ່ສົ່ງໃຫ້ ໄດ້ທັງໝົດ 87ສະບັບ, ສ້າງໃໝ່ 24ສະບັບ, ກົດໝາຍປັບປຸງ 68 ສະບັບ, ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນ, ສະໄໝສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຈໍານວນ 12 ຄັ້ງ ຊຶ່ງໄດ້ພິຈາລະນາ ຮັບຮອງເອົາບັນຫາສໍາຄັນຂອງຊາດ ໄດ້ທັງໝົດ 196 ເນື້ອໃນ, ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຈຳນວນ 106 ແລະ ດ້ານການຕິດຕາມກວດກາ ໄດ້ປະສານສົມທົບກັບ ບັນດາກໍາມາທິການ ຂອງສະພາແຫ່ງຊາດ, ອົງການກວດສອບປະຈໍາພາກ, ອົງການກວດກາລັດຂັ້ນແຂວງ ແລະ ບັນດາຄະນະກໍາມະການ ຂອງສະພາປະຊາຊົນແຂວງ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດບັນດາ ມະຕິຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ມະຕິກອງປະຊຸມຂອງສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ທັງໝົດ 46 ຄັ້ງ ແລະ ວຽກງານເລືອກຕັ້ງ ໄດ້ນໍາເອົາຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຜີຍແຜ່ໃຫ້ຜູ້ມີສິິດປ່ອນບັດເລືອກຕັ້ງ ໃນທົ່ວແຂວງ 5 ປີຜ່ານມາໄດ້ທັງໝົດ 322 ຈຸດ, ມີ 408 ບ້ານ, 45 ສໍານັກງານ; ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ພະນັກງານລັດຖະກອນ, ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ສໍາມະນາຫົວຂໍ້ຕ່າງໆທາງສູນກາງ, ທ້ອງຖິ່ນໄດ້ 168 ຄັ້ງ ແລະ ຈະສືບຕໍ່ແຜນວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຮ່າງແຜນການເຄື່ອນໄຫວ 5 ປີ (2026-2030), ປະຈໍາປີ 2026 ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ X ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ວຽກງານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງມີຄຸນນະພາບຂຶ້ນກວ່າເກົ່າ.



ໂດຍ ນາງ ວັນນີ ແຝງບົວວັນ

