ອີງຕາມ ຜົນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຄັ້ງວັນທີ 22 ກຸມພາ 2026 ແລະ ປະກາດແຈ້ງການ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X, ສະບັບເລກທີ 91/ຄລຊ, ລົງວັນທີ 02 ມິນາ 2026; ສຳລັບເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີ 10 ທ່ານ, ຍິງ 03 ທ່ານ ດັ່ງນີ້:
1. ທ່ານ ໄພວີ ສີບົວລິພາ;
2. ທ່ານ ບິນເລື່ອມ ມະນີວົງ;
3. ທ່ານ ສົມພອນ ສີອຸດົມພັນ;
4. ທ່ານ ສຳນານ ສົນທະນີ;
5. ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ;
6. ທ່ານ ສົມມາລີ ຄຳເກັ່ງ;
7. ທ່ານ ນາງ ບົວສອນ ໄຊຍະໄຊ;
8. ທ່ານ ນາງ ຈັນດີ ເຢັງວື;
9. ທ່ານ ປອ. ສຸລິໄຊ ຫົງສາຄອນ;
10. ທ່ານ ພັ.ອ ວິລະສິນ ມິດຕະພອນ.


