loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະກາດຍົກຍ້າຍແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກົງຈັກສະພາປະຊາຊົນແຂວງ.

​ພ.ຈ. 15, 2023 | ເຂດ 17 ອັດ​ຕະ​ປື

ໃນວັນທີ​ 14 ພະຈິກ 2023 ນີ້.​ ທີ່​ຫ້ອງປະຊຸມ​ສະພາປະຊາຊົນແຂວງ​ ໄດ້ມີພິທິ​ປະກາດຮັບຮອງເອົາການຍົກຍ້າຍ ແລະ​ ແຕ່ງຕັ້ງ  ພະນັກງານ-ລັດຖະກອນ​ ເຂົ້າ​ໃສ່​ກົງຈັກການຈັດຕັ້ງ​ ແລະ​ ບຸກຄະລາກອນ​ຂອງສະພາປະຊາຊົນແຂວງ,​ ໂດຍການ​ເຂົ້າຮ່ວມ​ຂອງທ່ານ​ ແຫວນຄໍາ​ ປະທຸມມະແສງ​ ຄະນະປະຈໍາ​ສະພາປະຊາຊົນແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ​ ແລະ​ ບັນດາເຜົ່າ,  ມີ​ບັນດາທ່ານ​ຄະນະປະຈໍາ,​ ຄະນະກຳມະການ, ຄະນະເລຂາທິການ,​ຫົວໜ້າຂະແໜງ-ຮອງ​ຂະແໜງ​ ແລະ​ ພະນັກງານວີຊາການ​ພາຍໃນ​ ສະພາປະຊາຊົນແຂວງ ເຂົ້າຮ່ວມ.

ກອງປະຊຸມ​ ໄດ້ຜ່ານມະຕິຂອງຄະນະປະຈໍາ​ສະພາປະຊາຊົນແຂວງ​ ວ່າດ້ວຍການຮັບຮອງເອົາການຍົກຍ້າຍ​ ແລະ​ ແຕ່ງຕັ້ງ​ ພະນັກງານ-ລັດຖະກອນ​  ເຂົ້າ​ໃສ່​ກົງຈັກການຈັດຕັ້ງ​ ແລະ​ ບຸກຄະລາກອນ​ຂອງສະພາປະຊາຊົນແຂວງ​ ເຊິ່ງ​ໃນນັ້ນ​ ໄດ້ຮັບຮອງເອົາການຍົກຍ້າຍ ແລະ​ ແຕ່ງຕັ້ງ​ ທ່ານ​ ນ.​ ອາລຸນນີີ ໄຊຍະ​ຈັກ​ ຮອງຂະແໜງຍຸຕິທໍາ ເປັນຫົວໜ້າຂະແໜງ ປກຊ-ປກສ; ທ່ານ​ ນ.​ ພຸດທະວີ​ ຫຼວງອາໄພ ວີຊາການຂະແໜງຍຸຕິທໍາ ເປັນຮອງຫົວໜ້າຂະແໜງ​ ປກຊ-ປກສ​ ແລະ​ ທ່ານ​ ນ.​ ພວງຈັນ ຂຸນພິນິດ ວີຊາການຂະແໜງບໍລິຫານ ແລະ​ ການເງີນ​ ເປັນຮອງຫົວໜ້າຂະແໜງຍຸຕິທໍາ.

ໃນໂອກາດນີ້ ທ່ານ​ ແຫວນຄໍາ​ ປະທຸມມະແສງ ໄດ້ກ່າວມີຄໍາເຫັນໂອ້ລົມ  ຕໍ່ການປະກາດຍົກຍ້າຍແຕ່ງຕັ້ງໜ້າທີ່ໃນຄັ້ງນີ້ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໃຫ່ມ ຮັບປະກັນໃນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ​ ຕາມພາລະບົດບາດຂອງຕົນ​ ແລະ​ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ເພື່ອຍົກສູງບົດບາດການນໍາພາໃນຂະແໜງການທີ່ຈຳເປັນ ໃຫ້ມີຜົນສໍາເລັດອັນໃໝ່ ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີການປະຕິບັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ມີຜົນສໍາເລັດ, ເພີ່ມທະວີຄວາມສາມັກຄີໃນໝູ່ຄະນະໃຫ້ໜັກແໜ້ນ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ພ້ອມກັນສູ້ຊົນ ນໍາພາ-ຊີ້ນໍາ ວຽກງານໃຫ້ປະສົບຜົນສໍາເລັດ.

ວິນັດ