ບົດຮຽນທີ່ຄວນເບິ່ງໄວ້ໃນສອງເລື່ອງ ເພື່ອໝູນໃຊ້ຢູ່ປະເທດພວກເຮົາ ຕາມເງື່ອນໄຂຕົວຈິງ ທີ່ໄດ້ສັນຫາມາເລົ່າໃນບົດນີ້ ກໍຄື ເລື່ອງການພັດທະນາການສຶກສາໃຫ້ຕິດພັນກັບການສົ່ງເສີມແຮງງານ ທີ່ປະຕິບັດກັນຢູ່ຫວຽດນາມ ໃນຊຸມປີຜ່ານມາ ແລະ ຂ່າວກ່ຽວກັບທາງການຈີນ ແກ້ໄຂບັນຫາ ສິນເຊື່ອ ທີ່ບໍ່ມີຄວາມໜ້າເຊື່ອຖືຍ້ອນດ້ອຍຄຸນນະພາບ.
ການພັດທະນາການສຶກສາຕິດພັນກັບການສົ່ງເສີມແຮງງານ ເປັນທີ່ຊາບກັນໂດຍທົ່ວໄປ ແລ້ວວ່າ ຫວຽດນາມ ໄດ້ຕັ້ງເປົ້າໝາຍຫັນປະເທດ ໃຫ້ກາຍເປັນປະເທດ ອຸດສາຫະກຳ ພາຍໃນປີ 2020 ແລະ ເປົ້າໝາຍທີ່ວ່ານີ້ກໍບັນລຸຕາມທີ່ໄດ້ຕັ້ງເອົາໄວ້. ພະລັງຂັບເຄື່ອນຕົ້ນຕໍ ສູ່ຜົນສຳເລັດດັ່ງກ່າວກໍແມ່ນໄມ້ງັດດ້ານການສຶກສາ ທີ່ເລັ່ງພັດທະນາແຮງງານໃຫ້ໄດ້ສອງມາດຕະຖານຄື ຄຸນນະພາບ ແລະ ຄວາມທັນສະໄໝ. ແຮງງານທີ່ເປັນຂໍກຸນແຈ ເພື່ອຫັນຫວຽດນາມ ໃຫ້ເປັນປະເທດ ອຸດສາຫະກຳນັ້ນ ປະກອບດ້ວຍ ຄວາມຊຳນິຊຳນານ ໃນຄວາມຮູ້ດ້ານເຕັກໂນໂລຊີ ອຸດສາຫະກຳ, ກົດໝາຍລະຫວ່າງປະເທດ, ວິຊາການດຳເນີນທຸລະກິດ ແລະ ການຄ້າ. ການພັດທະນາແຮງງານຂອງ ຫວຽດນາມ ເລັ່ງໃສ່ ສອງທິດຄື: ເພື່ອນຳໃຊ້ຢູ່ພາຍໃນປະເທດ ແລະ ເພື່ອແຂ່ງຂັນໃນຕະຫຼາດແຮງງານ ລະດັບພາກພື້ນ ແລະ ສາກົນອີກດ້ວຍ. ສະຖິຕິເມື່ອປະມານ 3 ປີ ຜ່ານມາໃຫ້ຮູ້ວ່າ ຫວຽດນາມ ມີປະຊາກອນທີ່ຢູ່ໃນໄວອອກແຮງງານ ກວມເອົາກວ່າ 50%, ອາຍຸກຳລັງແຮງງານຂອງຫວຽດນາມນັ້ນ 26 ປີ (ໝາຍເຖິງຄວາມຍາວຂອງໄວທີ່ອອກແຮງງານໄດ້ຂອງຄົນຜູ້ໜຶ່ງ). ອັດຕາການຮູ້ໜັງສືຂອງປະຊາກອນ (ອ່ານອອກຂຽນໄດ້) ນັ້ນ ສູງກວ່າ 90%. ນີ້ລະຄືຈຸດແຂງໃນການພັດທະນາແຮງງານຢູ່ ຫວຽດນາມ.
ແກ້ບັນຫາສິນເຊື່ອທີ່ບໍ່ມີຄວາມໜ້າເຊື່ອຖື ຄຳວ່າ “ສິນເຊື່ອ” ເປັນຊື່ທີ່ຟັງ ແລະ ກໍມີຄວາມ ໜ້າເຊື່ອວ່າ ຊັບສິນທີ່ໄດ້ລົງທຶນໃສ່ນັ້ນ ເປັນໜ້າເຊື່ອຖືອີຫຼີ, ຈະບໍ່ຄົດລ້ຽວບິດບ້ຽວປອມແປງ, ແຕ່ໃນຕົວຈິງ ແລະ ລະບົບສິນເຊື່ອ ໃນຫຼາຍປະເທດທີ່ຂາດການຄວບຄຸມ ຄຸ້ມຄອງດ້ວຍກົດໝາຍ ຢ່າງຄັກແນ່ ມັນຈະກາຍເປັນ “ເສຍເຊື່ອ” ຫຼາຍກວ່າ ຫຼື ເປັນ “ສິນເສືອ” ທີ່ມີແຕ່ນອນກິນ ດ້ວຍກົນອຸບາຍລາຍຫຼ່ຽມສຳປະປິ. ຢູ່ ສປຈີນ ກ່ອນໜ້ານີ້ ປະມານ 5 ປີ ກໍມີບັນຫາສິນເຊື່ອ ທີ່ເຄື່ອນໄຫວບໍ່ສົມຊື່ ເຖິງຂັ້ນທາງການໄດ້ດຳເນີນການແກ້ໄຂດ່ວນ. ຂ່າວໃນຕົ້ນປີ 2019 ໄດ້ສະຫຼຸບຜົນບັ້ນ ຕິດຕາມກວດກາລະບົບສິນເສືອ ທີ່ສາມາດຈັບກຸມ ແລະ ສອບສວນ 380 ຫົວໜ່ວຍສິນເຊື່ອ ທີ່ເຮັດທຸລະກິດ ໃຫ້ກູ້ຢືມເງິນທາງອອນລາຍ. ສິນເຊື່ອເຫຼົ່ານີ້ ດຳເນີນທຸລະກິດໃຫ້ກູ້ຢືມ ຕາມການອະນຸມັດຂອງທາງການຄັກແນ່ ແຕ່ເນື່ອງຈາກວ່າເຈົ້າມື ຜູ້ປະກອບການຍັງຂາດປະສົບການ ແລະ ຄວາມສາມາດໃນການກວດກາ ແລະ ປະເມີນຄວາມສ່ຽງ ດັ່ງນັ້ນ, ຈຶ່ງປະເຊີນກັບຄວາມສ່ຽງ ລົ້ມລະລາຍໃນລະດັບສູງ. ເມື່ອເປັນຄືແນວນັ້ນ, ຄວາມເຊື່ອໃນສິນເຊື່ອດັ່ງກ່າວ ກໍມະຫັບມະຫາຍ, ເກີດຄວາມວຸ້ນວາຍໃນສັງຄົມ ແລະ ສຽງວິພາກວິຈານໃນທາງບໍ່ດີອື່ນໆ ຢູ່ ສປຈີນ ນັ້ນ ທາງການ ບໍ່ອະນຸຍາດໃຫ້ລະບົບທະນາຄານແຫ່ງຊາດ ສະໜອງບ້ວງເງິນກູ້ຢືມໃຫ້ແກ່ບັນດາວິສາຫະກິດ ແລະ ຄອບຄົວ ແຕ່ໄດ້ອະນຸມັດໃຫ້ ຂະແໜງການເງິນ ພາກເອກະຊົນ ເຮັດໜ້າທີ່ນີ້ (ໃຫ້ກູ້ຢືມ). ພາກສ່ວນທີ່ກູ້ຢືມເງິນໄປດຳເນີນທຸລະກິດນັ້ນ ໄດ້ແກ່ບັນດາວິສາຫະກິດ (ຜູ້ປະກອບການຂາຍຍ່ອຍ, ເຈົ້າຂອງຮ້ານອາຫານ ແລະ ຮູບແບບທຸລະກິດອື່ນໆ). ເມື່ອຂາດບົດຮຽນ, ຂາດປະສົບການ ບັນຫາການສໍ້ໂກງ, ຕົ້ມຕຸ໋ນ ກໍເກີດຂຶ້ນລະຫວ່າງ ຜູ້ສະໜອງທຶນ ແລະ ຜູ້ປະກອບການ ອັນໄດ້ສົ່ງຜົນກະທົບຕໍ່ການເຊື່ອຖືຂອງຜູ້ໃຊ້ບໍລິການ.