ໃນວັນທີ 1 ພະຈິກຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ປະກອບ ມີ 2 ພາກຕົ້ນຕໍຄື: ພາກທີ 1 ແມ່ນຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ໃນໄລຍະ 9 ເດືອນຜ່ານມາ ແລະ ພາກທີ 2 ແມ່ນສະເໜີບາງວຽກງານຕົ້ນຕໍຂອງ 3 ເດືອນທ້າຍປີ 2021 ແລະ ແຜນການ ປີ 2022 ເຊິ່ງການສະເໜີຕົ້ນຕໍຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ແມ່ນເປັນການຕີລາຄາ ມີລັກສະນະກວມລວມທົ່ວໄປ ໃນການຈັດຕັ້ງປະຕິບັດວຽກງານໃນ 7 ເດືອນທີ່ຜ່ານມາ. ຫລັງຈາກນັ້ນ ແມ່ນສະເໜີທິດທາງວຽກງານ ແລະ ມາດຕະການໃຫຍ່ໆ ໃນ 3 ເດືອນທ້າຍປີ 2021 ແລະ ປີ 2022, ເນື້ອໃນລະອຽດມີດັ່ງນີ້:
- ຕີລາຄາສະພາບລວມ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ ແລະ ແຜນງົບປະມານເເຫ່ງລັດ ໃນ 9 ເດືອນ ປີ 2021ຜ່ານມາ
ຄືດັ່ງບັນດາທ່ານໄດ້ຮັບຮູ້ນຳກັນແລ້ວວ່າ ລັດຖະບານ ຊຸດທີ IX, ພາຍຫລັງໄດ້ຮັບໜ້າທີ່ຢ່າງເປັນທາງການ ໃນເດືອນເມສາ ປີ 2021 ກໍໄດ້ພະຍາຍາມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ທີ່ລັດຖະບານ ຊຸດທີ VIII ໄດ້ສົ່ງຕໍ່ໃຫ້ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງເເຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍໄດ້ຖືເອົາການກະກຽມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ເປັນວຽກງານບຸລິມະສິດຮີບດ່ວນ ດຳເນີນໄປບົນພື້ນຖານ ຍຶດໝັ້ນ 3 ຫລັກການຕົ້ນຕໍ: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ ຫລື ຫລັກວິຊາການ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາເສດຖະກິດຂອງປະເທດເຮົາ ໃຫ້ມີການຫັນປ່ຽນໃໝ່ ໃນຕໍ່ໜ້າ. ວຽກງານດັ່ງກ່າວ ໄດ້ດໍາເນີນໄປໃນເງື່ອນໄຂສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ທີ່ມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍຫລາຍປະການ.
ສຳລັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕົ້ນຕໍຂອງປະເທດເຮົາ ກໍເຄີຍເວົ້ານໍາກັນມາຫລາຍແລ້ວນັ້ນ ແມ່ນ: (1) ບັນຫາໜີ້ສາທາລະນະ, (2) ບັນດາລັດວິສາຫະກິດຢູ່ພາຍໃນປະເທດ ເກືອບທັງໝົດດໍາເນີນທຸລະກິດບໍ່ມີປະສິດທິຜົນ, (3) ຄວາມສາມາດຂອງກຳລັງການຜະລິດຢູ່ພາຍໃນປະເທດຍັງຕ່ຳ, (4) ການຈັດເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ເຊິ່ງເປັນບັນຫາຄົງຄ້າງ ແລະ ຊຳເຮື້ອ ຂອງລັດຖະບານ ມາເປັນເວລາຫລາຍປີຕິດຕໍ່ກັນ, (5) ກົນໄກການບໍລິຫານ ແລະ ບໍລິການລົງທຶນ ເຖິງວ່າມີຄວາມພະຍາຍາມປັບປຸງ ເເຕ່ຍັງບໍ່ທັນສອດຄ່ອງ (6) ການເຂົ້າຫາແຫລ່ງທຶນຕ່າງປະເທດ ພົບຄວາມຫຍຸ້ງຍາກ, (7) ອັດຕາແລກປ່ຽນເງິນຕາມີການເໜັງຕີງສູງ, (8) ບັນຫາຢາເສບຕິດ ແລະ (9) ການແຜ່ລະບາດຂອງພະຍາດໂຄວິດ-19 ມີລັກສະນະຮຸນແຮງຂຶ້ນ ໃນທົ່ວໂລກ ລວມທັງປະເທດເຮົາ ໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງທົ່ວໂລກທົດຖອຍ, ສຳລັບຕໍ່ປະເທດເຮົາ ແມ່ນເປັນການຊ້ຳເຕີມໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕື່ມອີກ.
ກ. ວຽກຈຸດສຸມຈໍານວນໜຶ່ງ ທີ່ໄດ້ເຮັດ ແລະ ຜົນໄດ້ຮັບ
ໃນເງື່ອນໄຂ ແລະ ສະພາບການທີ່ກ່າວມານັ້ນ, ໃນ 7 ເດືອນຜ່ານມາ ລັດຖະບານ ຊຸດທີ IX ໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະ ເຮັດສຸດຄວາມສາມາດແກ້ໄຂບັນຫາ ໂດຍໃຊ້ມາດຕະການເບື້ອງຕົ້ນ ຈຳນວນໜຶ່ງ ດັ່ງນີ້:
1) ໄດ້ສືບຕໍ່ຈັດຕັ້ງປະຕິບັດບັນດາວຽກທີ່ລັດຖະບານ ຊຸດທີ VIII ສົ່ງຕໍ່ໃຫ້ລັດຖະບານ ຊຸດປັດຈຸບັນ ຢ່າງເປັນລະບົບຕໍ່ເນື່ອງ ໄປຕາມເປົ້າໝາຍທີ່ໄດ້ກຳນົດໄວ້;
2) ໄດ້ສ້າງແຜນດຳເນີນງານຂອງຕົນຮອດປີ 2025 ແລະ ກໍານົດທິດທາງມາດຕະການເພື່ອຈັດຕັ້ງປະຕິບັດຢ່າງເປັນລະບົບ;
3) ໄດ້ຫັນເນື້ອໃນວາລະແຫ່ງຊາດ ທັງສອງສະບັບ ເປັນອັນລະອຽດ ໂດຍໄດ້ກຳນົດນະໂຍບາຍ ກໍຄືບັນດາມາດຕະການໃໝ່ຈໍານວນໜຶ່ງ ສຳລັບການສ້າງຖານລາຍຮັບ, ການຂຸດຄົ້ນລາຍຮັບ, ການອັດຊ່ອງວ່າງການຮົ່ວໄຫລໃນການຂຸດຄົ້ນລາຍຮັບ, ການຄຸ້ມຄອງລາຍຈ່າຍ ຕິດພັນກັບການປະຢັດ, ຕ້ານການຟຸມເຟືອຍ ທີ່ນຳໃຊ້ງົບປະມານຂອງລັດ (ດໍາລັດວ່າດ້ວຍລົດຂອງລັດ, ການຫັນເປັນທັນສະໄໝໃນການເກັບລາຍຮັບ, ການນຳໃຊ້ລົດໄຟຟ້າ, ການຕິດຕັ້ງຊິງຊັ່ງທັນສະໄໝ ຢູ່ດ່ານຊາຍແດນຈໍານວນໜຶ່ງ, ລະບຽບການຂຸດຄົ້ນບໍ່ແຮ່, ການແກ້ໄຂການນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງ, ການແກ້ໄຂການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ ແລະ ອື່ນໆ ໄດ້ສ້າງ ແລະ ປັບປຸງກົດໝາຍ 7 ສະບັບ, ດຳລັດ 18 ສະບັບ, ຄຳສັ່ງ 3 ສະບັບ ແລະ ຂໍ້ຕົກລົງ 13 ສະບັບ).
4) ໄດ້ປັບປຸງກົນໄກລະບຽບການເຮັດວຽກ ຕິດພັນກັບການແບ່ງງານພາຍໃນລັດຖະບານ, ປັບປຸງຄະນະສະເພາະກິດ ທີ່ຕິດພັນກັບພັນທະຕໍ່ອົງການຈັດຕັ້ງສາກົນ ທີ່ລາວເຮົາເປັນພາຄີ ແລະ ໄດ້ລົບລ້າງຄະນະສະເພາະກິດ ທີ່ເປັນວຽກງານພາຍໃນປະເທດ ໂດຍມອບວຽກດັ່ງກ່າວໃຫ້ແຕ່ລະຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂດຍກົງຕາມພາລະບົດບາດຂອງຂະແໜງການຕົນ. ພ້ອມນີ້ ກໍໄດ້ປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດພາລະບົດບາດຂອງແຕ່ລະກະຊວງ, ອົງການ ທັງໄດ້ຈັດວາງສັບຊ້ອນໜ້າທີ່ວຽກງານ ທີ່ທັບຊ້ອນກັນຜ່ານມາໃຫ້ສອດຄ່ອງກວ່າເກົ່າ ເຮັດໃຫ້ກົງຈັກການຈັດຕັ້ງຂອງລັດຖະບານຫລຸດລົງ 1 ກະຊວງ, 21 ກົມ ແລະ 88 ພະແນກ.
5) ເພື່ອເສີມຂະຫຍາຍກໍາລັງແຮງສັງລວມ ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດທັງສອງ ໃຫ້ມີປະສິດທິຜົນ, ລັດຖະບານ ໄດ້ແຕ່ງຕັ້ງພະນັກງານຫລັກແຫລ່ງຈຳນວນໜຶ່ງ ຂອງລັດຖະບານ ແລະ ສະມາຊິກສະພາການຄ້າ-ອຸດສາຫະກຳແຫ່ງຊາດລາວ ເຂົ້າມາຊ່ວຍຄົ້ນຄ້ວາປະກອບຄຳເຫັນ ຕາມຄວາມຈໍາເປັນຂອງລັດຖະບານ ໂດຍໄດ້ກໍານົດຂອບເຂດສິດໃຫ້ຄະນະດັ່ງກ່າວຢ່າງຈະແຈ້ງ (ຂໍຊີ້ແຈງຕື່ມວ່າ ໜ່ວຍງານດັ່ງກ່າວ ບໍ່ແມ່ນຄະນະທີ່ປຶກສາຂອງລັດຖະບານ ຕາມທີ່ຈໍານວນໜຶ່ງເຂົ້າໃຈ, ພຽງແຕ່ເປັນກົນໄກລະດົມຄວາມຄິດຄວາມເຫັນ ຊອກທາງອອກໃນບັນຫາຕ່າງໆ ທີ່ລັດຖະບານເຫັນວ່າຈໍາເປັນ.
6) ລັດຖະບານ ໄດ້ສ້າງກົນໄກເຮັດວຽກຮ່ວມກັບຄະນະປະຈໍາສະພາແຫ່ງຊາດ ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະນະເລຂາທິການສະພາແຫ່ງຊາດເປັນໃຈກາງ ບົນພື້ນຖານການນໍາພາລວມທີ່ເປັນເອກະພາບຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ຂອງສູນກາງພັກ.
7) ສິ່ງທີ່ສໍາຄັນ ໃນພາກປະຕິບັດຕົວຈິງຂອງການບໍລິຫານງານນັ້ນ ລັດຖະບານໄດ້ເຊີດຊູຄວາມຮັບຜິດຊອບໃນການຊີ້ນໍາຄວບຄຸມທຸກຂົງເຂດວຽກງານ ທີ່ກໍານົດໄວ້ໃນແຜນດຳເນີນງານຂອງຕົນ ກໍຄືແຜນການປະຈຳປີ 2021 ໂດຍມີການສົມທົບຢ່າງກົມກຽວ ລະຫວ່າງການປະຕິບັດວຽກງານເປັນປົກກະຕິ ກັບການຜັນຂະຫຍາຍເນື້ອໃນ 2 ວາລະແຫ່ງຊາດ ໃຫ້ເປັນອັນລະອຽດ ທັງສຸມໃສ່ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍຄືໄພພິບັດທາງທຳມະຊາດ ທີ່ເກີດຂຶ້ນຢູ່ແຕ່ລະບໍລິເວນທ້ອງຖິ່ນຕ່າງໆ ດ້ວຍຄວາມຮັບຜິດຊອບສູງ, ພ້ອມນີ້, ການດຳເນີນກອງປະຊຸມລະດັບຕ່າງໆ ລວມທັງການລົງຮາກຖານ, ທ້ອງຖິ່ນ, ການເຄື່ອນໄຫວຕ່າງປະເທດ ລ້ວນແຕ່ໄດ້ປັບປ່ຽນໃຫ້ສອດຄ່ອງກັບເງື່ອນໄຂທີ່ມີການລະບາດຂອງພະຍາດໂຄວິດ-19 ໃນແຕ່ລະໄລຍະ.
8) ໄດ້ພະຍາຍາມສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ ໂດຍລັດຖະບານໄດ້ລະດົມການປະກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນການຊຳລະສະສາງໜີ້ສິນ ຕໍ່ຕ່າງປະເທດໄດ້ສຳເລັດຕາມແຜນການ. ສາມາດປະຄັບປະຄອງ ບໍ່ໃຫ້ເສດຖະກິດຕົກເຂົ້າສູ່ສະພາບວິກິດ, ພ້ອມກັນນີ້ ກໍໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ຄາດວ່າໝົດປີ 2021 (GDP) ຈະຂະຫຍາຍຕົວໃນລະດັບ 3% (ມະຕິສະພາ 4% ຂຶ້ນໄປ). ດ້ານລາຍຮັບງົບປະມານ ໃນ 10 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ເຊິ່ງເຫັນວ່າຍັງມີຄວາມທ້າທາຍຫລາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫລືອ, ແຕ່ລັດຖະບານ ຈະພະຍາຍາມຊຸກຍູ້ການຈັດເກັບລາຍຮັບ ແລະ ຂຸດຄົ້ນແຫລ່ງລາຍຮັບໃໝ່ ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈໍານວນໜຶ່ງ ແລະ ອື່ນໆ ບົນພື້ນຖານນັ້ນ ສາມາດຄາດຄະເນລາຍຮັບຈະປະຕິບັດໄດ້ ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ. ສຳລັບດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ ເຊິ່ງລາຍຈ່າຍສ່ວນໃຫຍ່ແມ່ນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ, ໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.
9) ພ້ອມດຽວກັນນີ້, ລັດຖະບານຍັງໄດ້ຈັດຕັ້ງປະຕິບັດ ແຜນງານທີ່ສໍາຄັນຈໍານວນໜຶ່ງໃນການສົ່ງເສີມການຜະລິດ, ການແກ້ໄຂໄພວ່າງງານ, ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ລວມທັງປະຕິບັດນະໂຍບາຍໃນການຮັບເອົາແຮງງານລາວ ທີ່ກັບຄືນມາປະເທດຍ້ອນການລະບາດໂຄວິດ ຢູ່ປະເທດໃກ້ຄຽງ ມີທັງໝົດ 61.497 ຄົນ ຍິງ 28.083 ຄົນ, ໃນນີ້ ມີຜູ້ບໍ່ມີເອກະສານຖືກຕ້ອງ 25.085 ຄົນ.
10) ລັດຖະບານໄດ້ເອົາໃຈໃສ່ວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຮອດວັນທີ 28 ຕຸລາ 2021 ມີຜູ້ຕິດເຊື້ອສະສົມທັງໝົດ 38.218 ຄົນ ທຽບເທົ່າ 0,52% ຂອງພົນລະເມືອງ, ໃນນີ້ ຕິດເຊື້ອໃນຊຸມຊົນ 24.333 ກໍລະນີ, ນຳເຂົ້າ 13.948 ກໍລະນີ, ກໍາລັງປິ່ນປົວ 6.777 ກໍລະນີ, ປິ່ນປົວຫາຍດີທັງໝົດ 31.382 ກໍລະນີ ແລະ ເສຍຊີວິດ 59 ກໍລະນີ, ມາຮອດປັດຈຸບັນ ສາມາດສີດຢາວັກຊິນ ໃຫ້ປະຊາຊົນ ເຂັມທີ 1 ໄດ້ 3.286.024 ຄົນ ກວມເອົາ 44,78% ແລະ ສັກຄົບໂດສ ໄດ້ 2.815.948 ຄົນ ກວມເອົາ 38,38%. ຮອດທ້າຍປີ 2021 ຄາດວ່າຈະບັນລຸການສັກຢາວັກຊິນໄດ້ຄົບໂດສ ບໍ່ຕໍ່າກວ່າ 70%.
11) ໄດ້ເອົາໃຈໃສ່ປະຕິບັດແນວທາງ ປກຊ, ປກສ ທົ່ວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຢ່າງຈິງຈັງ ແຕ່ເດືອນສິງຫາ ປີ 2021 ເປັນຕົ້ນມາ ໄດ້ມີຄວາມຄືບໜ້າໃນຫລາຍດ້ານ ເປັນຕົ້ນ: ທຳລາຍແຫລ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈໍາໜ່າຍ ໄດ້ເປັນຈໍານວນຫລວງຫລາຍ ເຊິ່ງສາມາດມ້າງຄະດີໄດ້ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍຶດຢາບ້າໄດ້ 10.158 ກິໂລກຼາມ (101.586.361 ເມັດ) ແລະ ຍັງມີຢາເສບຕິດອື່ນໆ ເຊັ່ນ: ຢາໄອສ, ຝິ່ນ, ເຮໂລອິນ ອີກຈຳນວນຫລາຍ.
ທີ່ກ່າວມານັ້ນ ແມ່ນຜົນງານຈຳນວນໜຶ່ງທີ່ລັດຖະບານ ຍາດໄດ້ໃນການຈັດຕັ້ງປະຕິບັດໃນ 7 ເດືອນທີ່ຜ່ານມາ ຂອງປີ 2021 ເຊິ່ງໂດຍລວມແລ້ວສາມາດຕີລາຄາໄດ້ວ່າ ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບໜັກແໜ້ນ, ພວກເຮົາສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ ທັງໄດ້ສ້າງພື້ນຖານສໍາຄັນຈໍານວນໜຶ່ງ ເພື່ອຢືນຕົວກ້າວຕໍ່ໄປ.
ຜົນສໍາເລັດດັ່ງກ່າວນັ້ນ ໄດ້ມາແມ່ນຍ້ອນການນໍາພາ-ຊີ້ນຳ ຢ່າງໃກ້ຊິດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ໂດຍສະເພາະແມ່ນຄວາມເອົາໃຈໃສ່ຢ່າງຈົດຈໍ່ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ຢ່າງເປັນປະຈໍາຂອງສະພາແຫ່ງຊາດ ກໍຄືຄະນະປະຈຳສະພາແຫ່ງຊາດ; ການເອົາໃຈໃສ່ບຸກບືນສູ້ຊົນຂອງລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນຕ່າງໆ ຕະຫລອດຮອດການປະກອບສ່ວນຢ່າງຕັ້ງໜ້າ ຫລາຍຮູບຫລາຍສີຂອງພະນັກງານ, ນັກຮົບ ຕະຫລອດຮອດຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆ. ສິ່ງສຳຄັນອີກນັ້ນ ແມ່ນຍ້ອນການສະໜັບສະໜູນອູ້ມຊູຊ່ວຍເຫລືອທາງດ້ານວັດຖຸ ແລະ ຈິດໃຈ ຈາກປະເທດເພື່ອນມິດຕ່າງໆ, ອັນພິເສດແມ່ນການຮ່ວມມືຊ່ວຍເຫລືອຮອບດ້ານ ຂອງປະເທດເພື່ອນມິດຍຸດທະສາດຂອງພວກເຮົາ.
ຂ. ບັນຫາທີ່ຄົງຄ້າງ
ຄຽງຄູ່ກັບຈຸດດີ ແລະ ຜົນງານ, ພວກເຮົາຍັງມີຈຸດອອ່ນ ແລະ ຂໍ້ຄົງຄ້າງຫລາຍດ້ານ ເຊິ່ງບໍ່ບັນລຸໄດ້ຕາມຄາດໝາຍວາງໄວ້ເຊັ່ນ: ການຂະຫຍາຍໂຕຂອງ GDP ຍັງບໍ່ໄດ້ຕາມຄາດໝາຍ, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ເເລະ ສົ່ງອອກ ຍັງບໍ່ທັນຕັ້ງໜ້າ, ການສົ່ງເສີມການລົງທຶນຜ່ານປະຕູດຽວຍັງບໍ່ສາມາດບຸກທະລຸໄດ້, ອັດຕາການວ່າງງານເພີ່ມສູງຂຶ້ນ, ການເກັບລາຍຮັບ, ການປະຕິບັດລາຍຈ່າຍ, ອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກປ່ຽນ ຍັງບໍ່ທັນດຸນດ່ຽງ ແລະ ໝັ້ນທ່ຽງ, ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າຢູ່ໃນລະດັບດີ ເມື່ອທຽບໃສ່ຫລາຍປະເທດໃນໂລກ ແລະ ພາກພື້ນ ແຕ່ເມື່ອເບິ່ງສະເພາະພາຍໃນປະເທດເຮົາ ແມ່ນຍັງມີລັກສະນະເພີ່ມຂຶ້ນ, ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກມາດຕະການແຜ່ລະບາດຂອງພະຍາດໂຄວິດ ເຖິງມີຄວາມພະຍາຍາມ ແຕ່ກໍຍັງບໍ່ທັນໄດ້ຢ່າງພຽງພໍ ແລະ ທົ່ວເຖິງ, ການປະສານສົມທົບເຊິ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາຕ່າງໆມີຄວາມຊັກຊ້າ ແລະ ອື່ນໆ.
ຈຸດອ່ອນ ຂໍ້ຄົງຄ້າງ ທີ່ກ່າວມາຂ້າງເທິງນັ້ນ ແມ່ນມາຈາກຫລາຍສາເຫດ ແຕ່ໃນນັ້ນສາເຫດຕົ້ນຕໍ ກໍຍັງແມ່ນຄວາມຮັບຜິດຊອບການເມືອງຂອງພະນັກງານ ທີ່ໄດ້ຮັບການມອບໝາຍ ຍັງບໍ່ທັນສູງແທ້, ຍັງຄອງເດີມ, ຫັນປ່ຽນຍາກ, ບໍ່ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບ, ຄວາມເສຍສະລະເພື່ອສ່ວນລວມບໍ່ທັນສູງ ແລະ ແບບແຜນວິທີເຮັດວຽກ ຍັງບໍ່ທັນສະດຸ້ງໄວ ແລະ ອື່ນໆ ເຊິ່ງລັດຖະບານຍັງຈະຕ້ອງໄດ້ຕັ້ງໜ້າປັບປຸງແກ້ໄຂໃນຕໍ່ໄປ.
11. ທິດທາງວຽກງານຈຸດສຸມຈໍານວນໜຶ່ງ ທີ່ລັດຖະບານຈະສຸມໃສ່ປະຕິບັດ ໃນປີ 2022
ໃນໄລຍະແຕ່ນີ້ຮອດທ້າຍປີ 2021, ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.
ສໍາລັບແຜນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ແລະ ແຜນປີ 2022, ລັດຖະບານຕັດສິນໃຈສ້າງທ່າຫັນປ່ຽນຢ່າງແຂງແຮງ ແລະ ບຸກທະລຸໃນຂົງເຂດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ເພື່ອສ້າງທ່າແຮງເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄປຄຽງຄູ່ກັບການຮັກສາສະຖຽນລະພາບທາງດ້ານການເມືອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ລັດຖະບານຈະສຸມໃສ່ແກ້ໄຂບັນຫາທີ່ສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ຂໍອະນຸຍາດ ເນັ້ນ 9 ບັນຫາ ດັ່ງນີ້:
1. ການຈັດເກັບລາຍຮັບ:
ປັບປຸງການຈັດເກັບລາຍຮັບພາສີ-ອາກອນ, ຄ່າທຳນຽມຕ່າງໆ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງຂຶ້ນ ໂດຍຫັນໄປສູ່ການນໍາໃຊ້ລະບົບທັນສະໄໝ ໃຫ້ໄດ້ໂດຍໄວ ໄປຄຽງຄູ່ກັບການປັບປຸງການຈັດຕັ້ງ, ສັບຊ້ອນບຸກຄະລາກອນຄືນໃໝ່ ໃນຂະແໜງການດັ່ງກ່າວໃຫ້ເໝາະສົມ ລວມທັງປັບປຸງລະບົບການຖືບັນຊີຂອງບັນດາຫົວໜ່ວຍທຸລະກິດໃຫ້ດີຂຶ້ນ: ຈັດເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວໃຫ້ໄດ້ຄົບຖ້ວນ, ຂະຫຍາຍການເກັບລາຍຮັບໄປສູ່ບັນດາຫົວໜ່ວຍວິສາຫະກິດ ໃນລະດັບຕ່າງໆທີ່ຍັງບໍ່ທັນເຂົ້າລະບົບ ແລະ ສ້າງຖານລາຍຮັບໃໝ່ຂຶ້ນຕື່ມ ດ້ວຍການຊຸກຍູ້ສົ່ງເສີມໃຫ້ມີການລົງທຶນລາຍໃຫຍ່ຂອງພາກເອກະຊົນຫລາຍຂຶ້ນ, ສູ້ຊົນເກັບລາຍຮັບໃຫ້ໄດ້ຄົບຖ້ວນ ທັງຮັດແຄບຊ່ອງວ່າງຂອງການຮົ່ວໄຫລ ໃນການຈັດເກັບລາຍຮັບ.
ກຳນົດມາດຕະການເພື່ອແກ້ໄຂ ການນຳເຂົ້າສິນຄ້າທີ່ປະຕິບັດບໍ່ຖືກຕ້ອງຕາມກົດໝາຍ, ເອົາໃຈໃສ່ເປັນພິເສດຕໍ່ສິນຄ້າຍຸດທະສາດ ແລະ ກຳໃຫ້ໄດ້ບັນດາສິນຄ້າທີ່ນຳເຂົ້າລາຍໃຫຍ່, ແກ້ໄຂການຍົກເວັ້ນພາສີ-ອາກອນນໍາເຂົ້າພາຫະນະ, ນ້ຳມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ສິນຄ້າອຸປະໂພກ-ບໍລິໂພກລວມທັງເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງກວດກາ ແລະ ສະກັດກັ້ນ ການລັກລອບນຳເຂົ້າສິນຄ້າດ້ວຍການຕິດຕັ້ງອຸປະກອນທີ່ທັນສະໄໝ ຢູ່ບັນດາດ່ານຊາຍແດນ. ດັ່ງນັ້ນ, ເພື່ອອັດຊ່ອງຫວ່າງ ຈຶ່ງຂໍສະເໜີມາຍັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊ່ວຍຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານລັດ ແລະ ຫົວໜ່ວຍທຸລະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການຕ່າງໆ ຢ່າງໃກ້ຊິດ.
ສືບຕໍ່ປະຕິບັດມາດຕະການຕໍ່ບຸກຄົນ ແລະ ນິຕິບຸກຄົນ ທີ່ຊຸກເຊື່ອງ ຫລື ຄອບຄອງສິນຄ້າ ທີ່ບໍ່ທັນໄດ້ເສຍພາສີ-ອາກອນ ລວມທັງພາຫະນະ (ລົດ) ທີ່ນຳໃຊ້ປ້າຍບໍ່ຖືກຕ້ອງ (ປ້າຍປອມ ປກສ, ປກຊ ແລະ ປ້າຍກະຊວງ) ໂດຍມອບໃຫ້ກະຊວງ ປກຊ, ປກສ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄືນບັນດາພາຫະນະເຫຼົ່ານັ້ນ ແລະ ດຳເນີນການເສຍພາສີ-ອາກອນ ແລະ ຊຳລະສະສາງ ໃຫ້ຖືກຕ້ອງຕາມກົດໝາຍ ຕາມກຳນົດເວລາທີ່ໄດ້ແຈ້ງໄວ້ ເຊິ່ງເລີ່ມແຕ່ວັນທີ 20/10/2021 ຫາ 20/1/2021 ໂດຍທີ່ລັດຖະບານມີການຜ່ອນຜັນ ຈະບໍ່ປັບໃໝໃສ່ໂທດ. ແຕ່ຖ້າຫາກກາຍກຳນົດເວລາດັ່ງກ່າວ, ລັດຖະບານຈະດຳເນີນມາດຕະການເຂັ້ມງວດ ຕາມກົດໝາຍທີ່ກ່ຽວຂ້ອງ (ຖ້າກວດເຫັນ ແມ່ນຈະຍຶດເອົາເປັນຂອງລັດ).
ກວດກາ ແລະ ປັບປຸງຄືນ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດວຽກງານຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃນການອອກໃບທະບຽນທຸລະກິດ, ການເຂົ້າຫາແຫລ່ງທຶນ ແລະ ການໃຫ້ນະໂຍບາຍສົ່ງເສີມການລົງທຶນ ເພື່ອໃຫ້ສາມາດເຊື່ອມຈອດກັນ ແນໃສ່ທັງມີການຊຸກຍູ້ສົ່ງເສີມ ທັງມີການຕິດຕາມ ແລະ ກວດກາ ໃຫ້ດຳເນີນໄປສອດຄ່ອງກັບກົດໝາຍ.
2. ການປະຢັດ ເເລະ ຕ້ານການຟຸມເຟືອຍ:
ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ແລະ ດໍາລັດວ່າດ້ວຍລົດຂອງລັດ ໃຫ້ເປັນຮູບປະທໍາໄວຂຶ້ນ. ນອກຈາກນັ້ນ, ກໍຈະປະຕິບັດນະໂຍບາຍຫັນການໃຊ້ພາຫະນະ ທີ່ນໍາໃຊ້ນ້ຳມັນເຊື້ອໄຟປະເພດຕ່າງໆ ໄປສູ່ການນໍາໃຊ້ລົດພະລັງງານໄຟຟ້າໃຫ້ຫລາຍຂຶ້ນ, ລົດປະຈຳຕຳແໜ່ງໃໝ່ກໍຈະເລີ່ມໃຫ້ຊື້ລົດໄຟຟ້າ ເພື່ອຫລຸດຜ່ອນການນໍາເຂົ້ານ້ຳມັນເຊື້ອໄຟ ແລະ ຂາດດຸນການຄ້າ, ພ້ອມດຽວກັນນີ້ ຂະບວນການ, ຂັ້ນຕອນໃນການປະມູນ, ຈັດຊື້ ແລະ ຈັດຈ້າງ ກໍຈະຖືກປັບປຸງໃຫ້ມີຄວາມເຂັ້ມງວດຮັດກຸມຕາມກົດໝາຍ. ຈະເອົາໃຈໃສ່ຄົ້ນຄວ້າອອກນະໂຍບາຍ ແລະ ມາດຕະການຕົວຈິງ ໃນທາງປະຕິບັດໃຫ້ກວມເອົາຂົງເຂດວັດທະນະທຳ-ສັງຄົມ ໃຫ້ຫລາຍຂຶ້ນ.
3. ການເເກ້ໄຂໜີ້ສິນ:
ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂບັນຫາໜີ້ສິນ ໃຫ້ໄປຕາມແຜນ ເຊິ່ງໄລຍະບໍ່ພໍເທົ່າໃດເດືອນຜ່ານມາ ລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ໂດຍຈັດແບ່ງໜີ້ສິນອອກເປັນປະເພດຕ່າງໆເຊັ່ນ: ໜີ້ທີ່ລັດຖະບານເປັນຜູ້ຄໍ້າປະກັນ, ໜີ້ພາຍໃນ, ໜີ້ຕ່າງປະເທດ ແລະ ໜີ້ນອກແຜນ, ບົນພື້ນຖານນັ້ນ ໄດ້ປັບປຸງແຜນຊຳລະສະສາງໜີ້ສິນ ໃຫ້ເປັນລະບົບ ຈົນຮອດປີ 2025. ຄົ້ນຄວ້າ ແລະ ຖອດຖອນບົດຮຽນ ໃຫ້ລະອຽດຖີ່ຖ້ວນ ກ່ຽວກັບການໄປອອກພັນທະບັດຢູ່ຕະຫລາດສາກົນ ໂດຍຊັ່ງຊາຄວາມສາມາດໃນການຊໍາລະ ລັດຖະບານຈະພະຍາຍາມນຳເອົາລະບຽບການ ແລະ ຫລັກການຄຸ້ມຄອງໜີ້ສິນຂອງສາກົນ ມາປະຕິບັດຢ່າງເຂັ້ມງວດ ເພື່ອກ້າວໄປສູ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ.
4. ການຮັກສາສະຖຽນລະພາບດ້ານເງິນຕາ:
ໄປຄຽງຄູ່ກັບການແກ້ໄຂຄວາມຫຍຸ້ງຍາກດ້ານງົບປະມານ, ຈະສືບຕໍ່ປັບປຸງແກ້ໄຂບັນຫາຄົງຄ້າງທາງດ້ານເງິນຕາໃຫ້ດີຂຶ້ນ ເນື່ອງຈາກວ່າມັນເປັນໜຶ່ງໃນສອງເສົາຄໍ້າຕົ້ນຕໍຂອງເສດຖະກິດມະຫາພາກຂອງປະເທດ. ບັນຫາເງິນຕາປັ່ນປ່ວນຢູ່ປະເທດເຮົາ ເກີດມາຈາກຫລາຍສາເຫດ ເຊິ່ງຕົ້ນຕໍແມ່ນມາຈາກ: ການຂາດດຸນງົບປະມານ, ຂາດດຸນການຄ້າ, ຂາດດຸນການຊຳລະສະສາງກັບຕ່າງປະເທດ ຕໍ່ເນື່ອງກັນມາຫລາຍປີ, ໜີ້ສາທາລະນະສູງ, ຄັງສຳຮອງມີຈຳກັດ ແລະ ທະນາຄານພາຍໃນປະເທດ ຂາດສະພາບຄ່ອງບວກກັບກົນໄກນອກລະບົບ ທີ່ເກງກຳໄລຈາກການຜັນຜວນຂອງຄ່າເງິນ ແລະ ຄວາມບໍ່ສົມດູນກັນລະຫວ່າງການສະໜອງ ແລະ ຄວາມຕ້ອງການດ້ານເງິນຕາ, ການແກ້ໄຂບັນຫາດັ່ງກ່າວ ແມ່ນຂຶ້ນກັບຫລາຍປັດໄຈ ເຊິ່ງລັດຖະບານຈະສຸມໃສ່ແກ້ໄຂ ດ້ວຍການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ, ປະຢັດ ແລະ ຕ້ານການຟຸມເຟືອຍ, ສົ່ງເສີມການຜະລິດ ແລະ ສົ່ງເສີມການສົ່ງອອກສິນຄ້າ, ເອົາໃຈໃສ່ປັບປຸງລະບົບທະນາຄານ ແລະ ຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາ ໃຫ້ເຂົ້າສູ່ລະບົບຢ່າງເຂັ້ມງວດ ເພື່ອແກ້ໄຂສ່ວນຕ່າງອັດຕາແລກປ່ຽນ ໃຫ້ສົມເຫດສົມຜົນ.
5. ການປະຕິຮູບ ລັດວິສາຫະກິດ
ໃນໄລຍະຜ່ານມາ ລັດຖະບານແຕ່ລະສະໄໝ ໄດ້ລົງທຶນຈໍານວນຫລາຍ ໃຫ້ບັນດາລັດວິສາຫະກິດ ແນໃສ່ເປັນເຈົ້າພາທາງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ ແລະ ສ້າງເປັນຖານລາຍຮັບທີ່ສຳຄັນໃຫ້ລັດຖະບານ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ບັນດາລັດວິສາຫະກິດເກືອບທັງໝົດ ດໍາເນີນທຸລະກິດມີປະສິດທິຜົນຕໍ່າ ແລະ ຈຳນວນໜຶ່ງສ້າງໜີ້ສິນມະຫາສານ ຕົກເປັນພາລະໃຫ້ແກ່ລັດຖະບານ. ດັ່ງນັ້ນ, ການປັບປຸງລັດວິສາຫະກິດ ຕາມທິດປະຕິຮູບຈຶ່ງເປັນວຽກງານໜຶ່ງທີ່ສໍາຄັນ ແລະ ເລັ່ງດ່ວນ ເຊິ່ງຕ້ອງໄດ້ດຳເນີນໄປຕາມລະບຽບການ ແລະ ນິຕິກຳຕ່າງໆ ທີ່ກຳນົດໄວ້. ວິທີການໃນຕໍ່ໜ້າ ແມ່ນຈະດຳເນີນການປະຕິຮູບໄປຄຽງຄູ່ກັນກັບການກວດກາ ໝາຍຄວາມວ່າຈະບໍ່ລໍຖ້າໃຫ້ການກວດກາສໍາເລັດແລ້ວຈຶ່ງປັບປຸງ, ຈະດຳເນີນຄູ່ຂະໜານກັນໄປ, ຖ້າເວລາໃດຜົນການກວດກາພົບເຫັນມີບັນຫາທີ່ຕິດພັນກັບພະນັກງານ-ບຸກຄະລາກອນ ກໍຈະດຳເນີນການແກ້ໄຂຕາມກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ.
6. ສືບຕໍ່ສົ່ງເສີມການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ຂະໜາດໃຫຍ່ເຊັ່ນ: ທາງດ່ວນ, ສູນການຄ້າ, ນິຄົມອຸດສາຫະກຳ, ສະຖານທີ່ທ່ອງທ່ຽວ, ໂຮງ ແຮມ ເເລະ ອື່ນໆ.
7. ສືບຕໍ່ຍູ້ແຮງການຜະລິດ, ການບໍລິການ, ການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດຕ່າງໆ ຕິດພັນກັບການສຸມໃສ່ພັດທະນາຂົງເຂດວັດທະນະທຳ-ສັງຄົມ ໂດຍມອບໃຫ້ແຕ່ລະຂະແໜງການຮ່ວມກັບຜູ້ປະກອບການ ປັບປຸງເເຜນການ, ແຜນງານໂຄງການຕົວຈິງໃຫ້ຄົບວົງຈອນ, ການອະນຸມັດໂຄງການ, ການເຂົ້າເຖິງແຫລ່ງທຶນ ແລະ ການຕະຫລາດ. ນອກຈາກນັ້ນ ກໍຈະສູ້ຊົນບຸກທະລຸໃນການພັດທະນາເສດຖະກິດດີຈິຕອນ ເຊິ່ງເປັນທ່າອ່ຽງລວມຂອງໂລກໃຫ້ເປັນຮູບປະທຳ.
8. ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງກວ່າເກົ່າ, ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ ເພື່ອຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
9. ການເເກ້ໄຂບັນຫາໂຄວິດ-19:
ອີງຕາມການຕີລາຄາ ຂອງອົງການອະນາໄມໂລກ, ຂອງບັນດານັກວິທະຍາສາດດ້ານການແພດສາກົນ ແລະ ຂອງຫລາຍປະເທດໃນໂລກ ເຫັນວ່າໂຄວິດ-19 ຍັງຈະສືບຕໍ່ແຜ່ລະບາດຢູ່ໃນໂລກ ແລະ ມີທ່າອ່ຽງກາຍພັນ ເພີ່ມຄວາມຮຸນແຮງສູງຂຶ້ນ ແລະ ຄາດຄະເນໄດ້ຍາກ. ດັ່ງນັ້ນ, ການມີວັກຊີນ ແລະ ອັດຕາສ່ວນການຮັບວັກຊີນ ຈະຊ່ວຍສະກັດກັ້ນການຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19. ຈາກບົດຮຽນ ແລະ ຄວາມສາມາດຕົວຈິງ ໃນການປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ ຢູ່ປະເທດເຮົາໃນໄລຍະຜ່ານມາ ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດແຜນຍຸດທະສາດ ໃນຕໍ່ໜ້າໃຫ້ແທດເໝາະກັບສະພາບຕົວຈິງ ໂດຍສະເພາະແມ່ນການກຽມຄວາມພ້ອມແຕ່ລະດ້ານ ໃນການເປີດປະເທດ ລວມທັງການເປີດເສັ້ນທາງລົດໄຟລາວ-ຈີນ.
ໄປຄຽງຄູ່ກັບການຮັກສາສຸຂະພາບ ແລະ ປົກປ້ອງຊີວິດຂອງປະຊາຊົນ ໂດຍສຸມໃສ່ຊອກຫາ ແລະ ສັກວັກຊິນໃຫ້ປະຊາຊົນລາວ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ຫລາຍກວ່າ 50% ຂອງພົນລະເມືອງ, ຕ້ອງໄດ້ສ້າງທຸກເງື່ອນໄຂໃຫ້ປະຊາຊົນໄດ້ທໍາມາຫາກິນ ຕາມວິທີປົກກະຕິແບບໃໝ່ ດ້ວຍການຮຽນຮູ້ບົດຮຽນຂອງປະເທດເພື່ອນມິດໃນໂລກ ກ່ຽວກັບການດໍາລົງຊີວິດ ໃນເງື່ອນໄຂພະຍາດໂຄວິດ-19; ຖືເອົາການແກ້ໄຂເສດຖະກິດ ເປັນບັນຫາໃຈກາງ ແລະ ການແກ້ບັນຫາໂຄວິດ ເປັນບັນຫາສໍາຄັນ ເຊິ່ງມາດຕະການທີ່ເຮົາຈະປະຕິບັດໃນຕໍ່ໜ້ານີ້ ແມ່ນສອດຄ່ອງກັບມາດຕະການທີ່ສາກົນໄດ້ວາງອອກ ເປັນຕົ້ນແມ່ນໃນຂອບຂອງອາຊຽນ ເຊິ່ງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, 39, ກອງປະຊຸມອາຊຽນບວກ 3 ແລະ ກອງປະຊຸມອາຊີຕາເວັນອອກ ລະຫວ່າງວັນທີ 26-28 ຕຸລາຜ່ານມາ ແມ່ນມີການຕົກລົງຮ່ວມກັນຫລາຍບັນຫາເຊັ່ນ: ການສະໜອງວັກຊິນໃຫ້ທົ່ວເຖິງ, ການຟື້ນຟູເສດຖະກິດພາຍຫລັງໂຄວິດ ໂດຍເນັ້ນໃສ່ເປີດການໄປມາຫາສູ່, ການລົງທຶນ ແລະ ຄ້າຂາຍນຳກັນ ເເບບປົກກະຕິໃນສະພາບວິຖີຊີວິດໃໝ່ ເພື່ອແນໃສ່ໃຫ້ສາມາດເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ຟື້ນຟູເສດຖະກິດແຫ່ງຊາດ.
ສຳລັບປະເທດເຮົາ ຄວນເອົາໃຈໃສ່ສຶກສາອົບຮົມປະຊາຊົນ ໃຫ້ເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການ ທີ່ມີຄວາມມຸ້ງຫວັງຢາກເຮັດໃຫ້ທົ່ວປະເທດປອດພະຍາດໂຄວິດ-19. ພຶດຕິກໍາຕົວຈິງ ໃນສອງປີກວ່າທີ່ຜ່ານມາ ແມ່ນຍັງບໍ່ທັນມີປະເທດໃດໃນໂລກນີ້ ສາມາດເຮັດໄດ້, ຍ້ອນແນວນັ້ນ, ຈຶ່ງໄດ້ພ້ອມກັນຫັນປ່ຽນແນວຄິດເກົ່າ ໄປສູ່ແນວຄິດໃໝ່ ນັ້ນແມ່ນຕ້ອງຮຽນຮູ້ພະຍາດນີ້ ແລະ ຢູ່ກັບພະຍາດນີ້ໃຫ້ໄດ້ ໂດຍມີຄວາມປອດໄພ ນັ້ນເອີ້ນວ່າ ວິຖີຊີວິດປົກກະຕິແບບໃໝ່ (ໃນນັ້ນຕ້ອງເພີ່ມທະວີຄົ້ນຄວ້າຫາຢາວັກຊິນ, ອຸປະກອນການແພດ ແລະ ຢາປົວ ໃຫ້ມີຄຸນນະພາບ ແລະ ໃຫ້ປະຊາຊົນເຂົ້າເຖິງໄດ້ຢ່າງສະເໝີພາບ, ທົ່ວເຖິງ, ຮູ້ວິທີປ້ອງກັນປິ່ນປົວດ້ວຍຕົນເອງ ກ້າວເຖິງການຖືວ່າພະຍາດນີ້ເປັນພະຍາດທ້ອງຖິ່ນ, ເຂດແຄວ້ນ). ປະຊາຊົນທັງໂລກ ບໍ່ອາດສາມາດປິດປະຕູຂັງຕົນເອງ ໂດຍທີ່ບໍ່ທຳມາຫາກິນ, ທຳການຜະລິດ ເພື່ອພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງຕົນເອງໄດ້.
ທັງໝົດທີ່ກ່າວມາຂ້າງເທິງນັ້ນ ແມ່ນເນື້ອໃນການລາຍງານໂດຍສັງເຂບ ກ່ຽວກັບພາບລວມຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ບາງວຽກງານຕົ້ນຕໍຂອງແຜນການ ປີ 2022 ທີ່ລັດຖະບານຈະສຸມໃສ່ແກ້ໄຂ. ລັດຖະບານຂໍໃຫ້ຄຳໝັ້ນສັນຍາຕໍ່ສະພາແຫ່ງຊາດວ່າ ຈະສືບຕໍ່ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດຂອງຕົນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າແກ້ໄຂບັນຫາລວມຂອງຊາດ ໃຫ້ປະສົບຜົນສຳເລັດຕາມແຜນການທີ່ກຳນົດໄວ້.
ອີກເທື່ອໜຶ່ງ ຂໍຮຽນສະເໜີມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ຄົ້ນຄວ້າປະກອບຄວາມເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ຊອກທາງອອກທີ່ດີຮ່ວມກັນ ພ້ອມທັງຂໍການສະໜັບສະໜູນ ແລະ ໃຫ້ກຳລັງໃຈແກ່ລັດຖະບານ ໃນການປະຕິບັດໜ້າທີ່ຂອງຕົນ ໃນປີ 2022 ນີ້ ໃຫ້ເປັນປີແຫ່ງການບຸກເບີກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ປາກົດຜົນເປັນຈິງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອນຳພາປະເທດຊາດຂອງພວກເຮົາ ໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ.