(ສພຊ) – ວັນທີ 19 ພະຈິກຜ່ານມາ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ພາຍຫຼັງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈຳປີ 2026 ຂອງສະພາແຫ່ງຊາດ ຊຸດທີ X; ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ເຊິ່ງມີບາງບັນຫາທີ່ ສພຊ ຈະຕ້ອງໄດ້ເອົາໃຈໃສ່ຄື:
1. ການຮັບຮອງນິຕິກໍາ: ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມ ກ່ອນທີ່ຈະຮັບຮອງ ເປັນຕົ້ນ: ການປັບປຸງລາຄາກະແສໄຟຟ້າ, ໂຄງການທາງລົດເມດ່ວນ (BRT)…
2. ຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ກໍຄືນິຕິກຳໃຕ້ກົດໝາຍ ບາງຈຸດຍັງບໍ່ທັນແຂງແຮງ ເປັນຕົ້ນ: ບັນຫາບໍ່ແຮ່, ພື້ນຖານໂຄງລ່າງ, ຢາເສບຕິດ, ການຂາດແຄນແຮງງານ, ການຕົວະຍົວະຫຼອກລວງຜ່ານສື່ອອນລາຍ ແລະ ອື່ນໆ ຂໍໃຫ້ຕິດຕາມກວດກາ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເຂັ້ມງວດທາງດ້ານການບັງຄັບໃຊ້ ແລະ ປະຕິບັດກົດໝາຍ.
3. ຕໍ່ກັບສະມາຊິກສະພາ: ການເຮັດບົດບາດໃນຖານະເປັນຕົວແທນຂອງປະຊາຊົນ ບາງທ່ານຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຊັ່ນ: ສະມາຊິກສະພາແຫ່ງຊາດບາງທ່ານ ການປະກອບຄຳຄິດເຫັນຍັງບໍ່ທັນແຂງແຮງ; ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ ການລົງສູ່ຮາກຖານຍັງບໍ່ທັນແຂງແຮງ, ຄວາມສາມາດໃນການນຳເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ລົງໄປເຜີຍແຜ່ເຊື່ອມຊຶມຍັງຈຳກັດ.
ສຳລັບແຜນການ 5 ປີ (2026-2030) ແລະ ປະຈຳປີ 2026 ຂອງສະພາແຫ່ງຊາດ ຊຸດທີ X
ທິດທາງລວມ: ໃຫ້ເພີ່ມທະວີວຽກງານລົງຮາກຖານ; ຕິດຕາມກວດກາ, ຊຸກຍູ້ ການແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີຂອງປະຊາຊົນ ພ້ອມທັງລາຍງານຜົນການແກ້ໄຂ.
ດ້ານນິຕິບັນຍັດ: ຕິດຕາມກວດກາ, ຊຸກຍູ້ ການສ້າງ ແລະ ການປັບປຸງກົດໝາຍ ໃຫ້ຖືກຕ້ອງຕາມບາດກ້າວ, ຂັ້ນຕອນທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ສອດຄ່ອງກັບສະພາບຕົວຈິງ.
ການຕົກລົງບັນຫາສຳຄັນຂອງຊາດ: ຕິດຕາມກວດກາ, ຊຸກຍູ້ໂຄງການລະດັບຊາດເຊັ່ນ: ໂຄງການທາງດ່ວນວັງວຽງ-ບໍ່ເຕັ່ນ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງທາງລົດໄຟວຽງຈັນ-ຄໍາມ່ວນ-ທ່າເຮືອຫວຸງອ່າງ ສສ. ຫວຽດນາມ ແລະ ອື່ນໆ; ການຜະລິດກະສິກຳຕາມແລວທາງລົດໄຟ, ແລວທາງດ່ວນ ເພື່ອຜະລິດສິນຄ້າສົ່ງອອກ; ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13.
ພ້ອມກັນນັ້ນ, ຂໍໃຫ້ເອົາໃຈໃສ່ດ້ານຄຸນນະພາບຂອງບຸກຄະລາກອນທີ່ຈະລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາ.
ບາງຄຳເຫັນຂອງສູນກາງແນວລາວ ຕໍ່ ສພຊ
