ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໃນນາມປະທານກອງປະຊຸມ ໄດ້ໃຫ້ສໍາພາດກ່ຽວກັບບັນຍາກາດໂດຍລວມຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ່ 3 ສະພາປະຊາຊົນແຂວງ ຄໍາມ່ວນ ຊຸດທີ II ທີ່ໄດ້ຈັດຂື້ນຢູ່ສະໂມສອນໃຫຍ່ຂອງແຂວງໃນລະຫວ່າງວັນທີ 23-24 ສິງຫາ 2022 ວ່າ: ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ໃນໄລຍະໜຶ່ງວັນເຄິ່ງນີ້ ເຫັນໄດ້ວ່າບັນຍາກາດໃນກອງປະຊຸມແມ່ນໄດ້ມີການຫ້າງຫາກະກຽມເປັນຢ່າງດີ, ເບື້ອງອົງການປົກຄອງແຂວງຕໍ່ກັບການລາຍງານເຫັນໄດ້ວ່າມີຜົນສຳເລັດຢ່າງຈົບງາມ, ດ້ານສະມາຊິກສະພາປະຊາຊົນແຂວງກໍ່ມີການສັກຖາມ ເປັນບັນຍາກາດທີ່ດີຫລາຍ ເຮັດໃຫ້ບັນຍາກາດຂອງກອງປະຊຸມມີເນື້ອໃນຄົບຖ້ວນຕາມລະດັບຄາດໝາຍ ເຊິ່ງສະແດງອອກໂດຍສະເພາະຜົນສຳເລັດ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ໃນ 6 ເດືອນທ້າຍປີ ເຖິງແມ່ນວ່າສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ແຕ່ວ່າການປະຕິບັດແຜນພັດທະນາເສດຖະກິດ ເຫັນໄດ້ວ່າມີຜົນສຳເລັດຫລາຍດ້ານ ໂດຍສະເພາະດ້ານລາຍຮັບຂອງງົບປະມານ 6 ເດືອນຕົ້ນປີມີຜົນສຳເລັດເກີນແຜນທີ່ກຳນົດໄວ້ ນັ້ນແມ່ນຄວາມເອົາໃຈໃສ່ຂອງອົງການປົກຄອງແຂວງ, ນອກຈາກນັ້ນບັນຫາຕ່າງໆ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດກໍ່ຄືການລາຍງານຂອງອົງການທີ່ກ່ຽວຂ້ອງ ປກສ ແຂວງ ໄດ້ມີການແກ້ໄຂ ມີຜົນສຳເລັດເປັນຕົ້ນ ການກັກຜູ້ຕ້ອງຫາ, ການຈັບຄະດີລາຍໃຫຍ່ອື່ນໆ, ນອກຈາກນັ້ນກໍ່ແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນເຊັ່ນ : ການປູກ – ການລ້ຽງ ທາງກະສິກຳກໍ່ໄດ້ມີຄວາມເອົາໃຈໃສ່ຊຸກຍູ້ການຜະລິດການຕີລາຄາໃນ 6 ເດືອນຕົ້ນປີ ແມ່ນມີຜົນສຳເລັດຫລາຍດ້ານ ເຫັນໄດ້ວ່າການປູກ, ເນື້ອທີ່ນາມີການເພີ່ມຂຶ້ນຖ້າທຽບໃສ່ການຂະຫຍາຍຕົວໆ ເລກຄາດໝາຍມະຫາພາກ ແມ່ນມີການເພິ່ມຂຶ້ນ.
ບັນຍາກາດການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ່ 3 ສະພາປະຊາຊົນແຂວງ ຄຳມ່ວນ ຊຸດທີ II.
