ນາຍົກລັດຖະມົນຕີ ໃຊ້ສິດປ່ອນບັດເລືອກຕັ້ງຢູ່ແຂວງຈຳປາສັກ

ກ.ພ. 22, 2026

(ສພຊ) – ວັນອາທິດທີ 22 ກຸມພານີ້ ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີ ແລະ ໃຊ້ສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ແຂວງຈຳປາສັກ ຊຸດທີ V ເຊິ່ງ​ໃນພິທີອັນມີຄວາມໝາຍສຳຄັນນີ້ ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງຈຳ ປາສັກ ພ້ອມດ້ວຍບັນດາອະດີດການນຳອາວຸໂສ, ຄະນະພັກ-ຄະນະບ້ານ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນບ້ານໃຫຍ່ໂຊກອຳນວຍ ເຂົ້າຮ່ວມຢ່າງພ້ອມພຽງ.
​​ ທ່ານ ສຸກວິໃສ ສີສົມຫວັງ ປະທານຄະນະກຳມະການປົກຄອງນະຄອນປາກເຊ ໄດ້ກ່າວເປີດພິທີ ໂດຍເນັ້ນໜັກວ່າ: ​ການເລືອກຕັ້ງຄັ້ງນີ້ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນລາວບັນດາເຜົ່າ.
​ ກ່ອນເລີ່ມການປ່ອນບັດ, ທ່ານ ດຣ. ນາງ ພົງພັນ ວິລະພັນ ຕາງໜ້າຄະນະຮັບຜິດຊອບໜ່ວຍປ່ອນບັດ ໄດ້ແນະນຳລະບຽບການ ແລະ ວິທີການຂີດບັດລົງຄະແນນສຽງຢ່າງຖືກຕ້ອງ; ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ເປັນຜູ້ທຳອິດທີ່ປ່ອນບັດ ຕາມດ້ວຍການນຳຂັ້ນສູງ ແລະ ພໍ່ແມ່ປະຊາຊົນຕາມລຳດັບ ເຊິ່ງບັນຍາກາດດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ.

(​ຂ່າວ+ພາບ: ແສງຈັນ ແລະ ອານຸສອນ ພູມມີທອນ)