ໃນຕອນເຊົ້າວັນທີ 22 ພຶດສະພາ 2025 ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ພ້ອມດ້ວຍ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ໄດ້ທັດສະນະສຶກສາ ທີ່ບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງໜອງບົກ ພ້ອມດ້ວຍ ຄະນະປະຈຳພັກເມືອງ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຕ້ອນຮັບ.

ທີ່ບ້ານດອນຂຽວເໝືອ
ການເຄື່ອນໄຫວຄັ້ງນີ້ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານດອນຂຽວເໝືອ ແລະ ວຽກງານ 3 ສ້າງຂອງບ້ານ ຈາກທ່ານ ສະຫງຽມ ໂຄດສຸວັນ ນາຍບ້ານດອນຂຽວເໝືອ ແລະ ຈາກນັ້ນ ຄະນະ ໄດ້ໄປຢ້ຽມຊົມສະຖານທີ່ທຳການຜະລິດກະສິກຳຂອງບ້ານດອນປາແດກແຫ່ງຊື່ສຽງໃນການປູກພືດກະສິກໍາເປັນສິນຄ້າຂອງເມືອງໜອງບົກ ແຂວງຄຳມ່ວນ, ເຊິ່ງ ທ່ານ ຄຳຜອງ ເຂືອທອງ ນາຍບ້ານດອນປາແດກ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ, ບ້ານດອນປາແດກ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 1 ພະຈິກ ປີ 1997 ຕັ້ງຢູ່ທາງທິດໃຕ້ຂອງເມືອງໜອງບົກ, ຫ່າງຈາກຕົວເມືອງປະມານ 15 ກິໂລແມັດ, ເປັນດອນຕັ້ງຢູ່ກາງແມ່ນໍ້າຂອງ, ມີເນື້ອທີ່ທັງໝົດ 319.4 ເຮັກຕາ ໃນນີ້ ເນື້ອທີ່ທຳການຜະລິດ 250 ເຮັກຕາ ແລະ ດິນປະເພດອື່ນໆ 69.4 ເຮັກຕາ, ປະກອບມີ 71 ຫຼັງຄາເຮືອນ, 50 ຄອບຄົວ, ມີພົນລະເມືອງທັງໝົດ 304 ຄົນ, ຍິງ 136 ຄົນ, ນັບຖືສາສະໜາພຸດ, ເຊິ່ງປະຊາກອນສ່ວນຫຼາຍຍຶດຖືອາຊີບ ການປູກຝັງ-ລ້ຽງສັດເປັນຫຼັກ, ສ້າງລາຍຮັບໃຫ້ແກ່ຊາວກະສິກອນມີຢູ່ມີກິນ ສະເລ່ຍປະມານ 50 ລ້ານກີບຕໍ່ຄົນຕໍ່ປີ. ຈາກນັ້ນ, ຄະນະນໍາພາ ແລະ ບັນດານັກຮຽນໄດ້ສົນທະນາແລກປ່ຽນບາງບັນຫາ ເພື່ອເປັນຂໍ້ມູນ ແລະ ນຳເອົາວັດທະນະທຳ, ປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການຜະລິດກະສິກຳ ການປູກ-ການລ້ຽງຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນເວົ້າລວມ, ເວົ້າສະເພາະກໍ່ຄືຂອງບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງໜອງບົກ.

ໃນການພົບປະຄັ້ງນີ້, ທ່ານຮອງເລຂາທິການ ສະພາແຫ່ງຊາດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ ຄະນະພັກເມືອງໜອງບົກ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີຄວາມສາມັນຄີເປັນປຶກແຜນ, ໃນການສ້າງສາພັດທະນາບ້ານ, ທີ່ໄດ້ທຸ່ມເທທັງທຶນຮອນ ແລະ ເຫື່ອແຮງເຂົ້າໃນການຜະລິດໃຫ້ກາຍເປັນສິນຄ້າ ຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ກ້າວໄປເຖິງການເປັນແບບຢ່າງໃຫ້ແກ່ສັງຄົມ ແລະ ໂດຍສະເພາະແມ່ນຜົນຂອງການໄປທັດສະນະສຶກສາຄັ້ງນີ້ ເຮັດໃຫ້ຄູ-ອາຈານ ແລະນັກສຶກສາ ໄດ້ຮັບຮູ້ວັດທະນະທຳ, ປະເພນີອັນດີງາມ, ຄວາມດຸໝັ່ນໃນການຜະລິດກະສິກຳ ການປູກ-ການລ້ຽງຂອງພໍ່ແມ່ປະຊາຊົນ.

ທີ່ບ້ານດອນປາແດກ
ໂອກາດດັ່ງກ່າວ ຄະນະຍັງໄດ້ນຳເອົາຄອມພິວເຕີ, ເຄື່ອງປິນເຕີ, ເຄື່ອງນຸ່ງ ແລະ ອຸປະກອນກິລາ-ການຮຽນຈຳນວນໜຶ່ງມອບໃຫ້ບ້ານເພື່ອນຳໃຊ້ ແລະນຳໄປເເຈກຢາຍໃຫ້ນ້ອງນັກຮຽນພາຍໃນບ້ານອີກດ້ວຍ.
ພາບ-ຂ່າວ ໂດຍ: ເອື້ອ ອາລີ