(ສພຊ) – ວັນທີ 4 ມິຖຸນານີ້, ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ (ສພຊ) ຈຳນວນ 36 ສະຫາຍ ໄດ້ເຄື່ອນໄຫວທັດສະນະສຶກສາທີ່ອະນຸສອນສະຖານ ໄກສອນ ພົມວິຫານ ແລະ ສະຖາບັນການ ເມືອງ-ການປົກຄອງແຫ່ງຊາດ ເຊິ່ງນຳພາໂດຍສະຫາຍ ນາງ ດາວເພັດ ສີຫາວົງ ກຳມະການຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ຫົວໜ້າກົມການເງິນ.

ຈຸດປະສົງກໍເພື່ອເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ປະສົບການການປະຕິບັດວຽກງານຕົວຈິງ ຈາກປະຫວັດສາດການປະຕິວັດ ແລະ ແນວຄິດທາງການເມືອງຂອງຊາດ ທັງຍົກລະດັບຄວາມຮູ້ດ້ານລະບົບການປົກຄອງ ແລະ ການຈັດຕັ້ງທາງການເມືອງຂອງປະເທດ.

ສະຫາຍ ນາງ ດາວເພັດ ສີຫາວົງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການນຳເອົາທິດສະດີມາໝູນໃຊ້ໃນການປະຕິບັດວຽກງານຕົວຈິງ ແລະ ຄວາມຈຳເປັນຂອງການພັດທະນາຄວາມສາມາດດ້ານການເມືອງຂອງບັນດານັກຮຽນ ເພື່ອປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດຊາດໃນອະນາຄົດ.
(ອານຸສອນ ພູມມີທອນ)