ນັກຮຽນທິດສະດີການເມືອງຂັ້ນຕົ້ນ ສະພາແຫ່ງຊາດ ທັດສະນະສຶກສາຢູ່ແຂວງຄໍາມ່ວນ.

ພ.ພ. 21, 2025 | ເຂດ 12 ຄຳມ່ວນ

        ຕອນເຊົ້າ, ວັນທີ 21 ພຶດສະພາ 2025 ທີ່ສຳນັກງານແຂວງຄຳມ່ວນ, ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ນໍາໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ໄດ້ເຄື່ອນໄຫວທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ແລະ ວຽກງານ 3 ສ້າງ, ໂດຍການຕ້ອນຮັບຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ເຊິ່ງມີບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ.
 
   ໃນລະວາການພົບປະ ທ່ານ ຮອງເຈົ້າແຂວງ ໄດ້ແຈ້ງກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ, ແລະທ່າແຮງຂອງແຂວງ, ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 16.315 ກິໂລຕາແມັດ, ແບ່ງເປັນສອງເຂດນິເວດວິທະຍາຄື: ເຂດພູດອຍກວມ 54% ແລະ ເຂດທົ່ງພຽງກວມ 46% ຂອງເນື້ອທີ່; ມີ 10 ຕົວເມືອງ ແລະ ມີ 574 ບ້ານ, ມີປະຊາກອນທັງໜົດ 442.800 ຄົນ, ຍິງ 225.093 ຄົນ, ມີ 9 ເຜົ່າ, ປະຊາຊົນບັນດາເຜົ່າພາຍໃນແຂວງແມ່ນມີມູນເຊື້ອພິລາອາດຫານ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເປັນທ່າແຮງອີກດ້ານໜຶ່ງ ເພື່ອນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳຂວັນສູ້ຊົນທີ່ວາງໄວ້ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄື: “ທຸກຂັ້ນນໍາພາ-ຄຸ້ມຄອງໜັກແໜ້ນເຂັ້ມແຂງ ທຸກສິ່ງຫຍໍ້ທໍ້ໄດ້ຮັບການແກ້ໄຂ ແລະ ຕີຖອຍ ທຸກປັດໄຈ ແລະ ທ່າແຮງບົ່ມຊ້ອນ ໄດ້ຮັບການເສີມຂະຫຍາຍ ພື້ນຖານເສດຖະກິດ ກະສິກໍາ-ອຸດສາຫະກໍາ-ການບໍລິການ ພັດທະນາຢ່າງແຂງແຮງ ກົມກຽວ ຍືນຍົງ ປະຊາຊົນພົ້ນທຸກ ຢ່າງທົ່ວເຖິງ ໜັກແໜ້ນ” ໂດຍອີງໃສ່ຄໍາຂວັນສູ້ຊົນຄືດັ່ງກ່າວ ຄະນະບໍລິຫານງານພັກແຂວງ ໄດ້ນໍາພາ ຈັດຕັ້ງປະຕິບັດມາເປັນປີທີ່ 4 ແລະ ພວມກ້າວເຂົ້າສູ່ປີທີ 5. ຈາກນັ້ນ, ລະຫວ່າງນັກຮຽນທິດສະດີ ກັບ ບັນດາພະແນກການຍັງໄດ້ມີການແລກປ່ຽນຂໍ້ມູນ, ປະກອບຄໍາເຫັນ, ຖາມ-ຕອບ ເຊິ່ງກັນ ແລະ ກັນ.
 
  ທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການ ສະພາແຫ່ງຊາດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະນຳຂອງແຂວງແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ. ເຊິ່ງຂໍ້ມູນດັ່ງກ່າວຈະເຮັດໃຫ້ການທັດສະນະສຶກສາຄັ້ງນີ້ມີຄວາມໝາຍສຳຄັນຫຼາຍສຳລັບນັກຮຽນຫຼັກສູດທິດສະດີການເມືອງຂັ້ນຕົ້ນ ເພາະໄດ້ເປີດໂອກາດໃຫ້ນັກສຶກສາ ໄດ້ສຳຜັດກັບຄວາມເປັນຈິງຂອງການພັດທະນາປະເທດຢູ່ຂັ້ນທ້ອງຖິ່ນ, ກໍ່ຄືແຂວງຄຳມ່ວນໃນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມຢ່າງສົມດຸນ ແລະ ຍືນຍົງບົດຮຽນທີ່ໄດ້ຮັບຈາກການທັດສະນະສຶກສາຄັ້ງນີ້ຈະຖືກນຳໄປບັນຈຸເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າຂອງນັກຮຽນ ເພື່ອສ້າງຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບການພັດທະນາແບບຍືນຍົງ ແລະ ການນຳເອົາທິດສະດີທາງການເມືອງໄປປະຍຸກໃຊ້ໃນພາກປະຕິບັດຕົວຈິງ.
  ໃນຕອນທ້າຍ, ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ມອບຂອງຂວັນທີ່ລະນຶກໃຫ້ ອົງການປົກຄອງແຂວງຄຳມ່ວນ ຕາງຮັບໂດຍ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ.
ໂດຍ: ເອື້ອ ອາລີ