ທ່ານ ສົມມາດ ພົລເສນາ ເຄື່ອນໄຫວວຽກງານຢູ່ 2 ແຂວງພາກໃຕ້

ສ.ຫ. 22, 2025

(ສພຊ) – ວັນທີ 19-22 ສິງຫານີ້, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ ແລະ ແຂວງອັດຕະປື ໂດຍໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບບັນດາທ່ານປະທານສະພາປະຊາຊົນແຂວງ (ສພຂ), ຕາງໜ້າພະແນກການຂອງແຂວງຄື: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ, ແຮງງານ ແລະ ສະຫວັດດີການສັງຄົມ, ໂຍທາທິການ ແລະ ຂົນສົ່ງ, ສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຊິ່ງມີຈຸດປະສົງເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດຂອງບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນຳມາວິເຄາະວິໄຈ ແລະ ສັງລວມລາຍງານຕໍ່ກອງປະຊຸມ ຄປຈສພຊ ເພື່ອສະເໜີທິດທາງ, ວິທີການ ແລະ ມາດຕະການ ໃຫ້ລັດຖະບານ ກໍຄືຂະແໜງການທີ່ກ່ຽວຂ້ອງ ປັບປຸງແກ້ໄຂ.
ກອງປະຊຸມໄດ້ຕີລາຄາຄືນການຈັດຕັ້ງປະຕິບັດມະຕິສະພາແຫ່ງຊາດ ໃນວຽກງານກະສິກໍາປ່າໄມ້ ແລະ ສິ່ງແວດລ້ອມ, ອຸດສາຫະກໍາ ແລະ ການຄ້າ, ແຮງງານ ແລະ ສະຫວັດດີການສັງຄົມ, ການກໍ່ສ້າງເສັ້ນທາງຂອງບໍລິສັດຂຸດຄົ້ນບົກຊິດຢູ່ເມືອງດາກຈຶງ, ເສັ້ນທາງເຊກອງ-ເມືອງກະລືມ, ເສັ້ນທາງທ່າແຕງ-ບ້ານຫຼັກຂາວ ເມືອງທ່າແຕງ, ການສ້ອມແປງສະໜາມກິລາ ເພື່ອກະກຽມເປັນເຈົ້າພາບງານກິລານັກຮຽນທົ່ວປະເທດ ແຂວງເຊກອງ; ການເຊົ່າສຳປະທານທີ່ດິນຂອງບໍລິສັດທາໂກ, ການອອກໃບຕາດິນ ແລະ ການຈັດສັນ-ຄຸ້ມຄອງ 3 ປະເພດປ່າ, ການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ບໍ່ຖ່ານຫີນ ແລະ ເຂື່ອນໄຟຟ້າລຳພັນ ຕອນເທິງ-ຕອນລຸ່ມ ແລະ ພະລັງງານລົມ, ການປະຕິບັດສັນຍາການຊົດເຊີຍທີ່ດິນທຳການຜະລິດ, ການເຝິກອົມຮົບອາຊີບໃຫ້ແກ່ປະຊາຊົນ ແລະ ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງອັດຕະປື.
ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະຈາກ ສພຊ ແລະ ສພຂ ຍັງໄດ້ພົບປະ ແລະ ເຮັດວຽກຮ່ວມກັບທ່ານ ບຸນຫຼາຍ ບຸດທິ ຮັກສາການເຈົ້າແຂວງເຊກອງ ແລະ ທ່ານ ພົທ. ວັນທອງ ກອງມະນີ ເຈົ້າແຂວງອັດຕະປື. ນອກນັ້ນ, ຍັງໄດ້ໄປຢ້ຽມຊົມພາກສະໜາມຂອງບໍລິສັດ ບົກຊິດ ລາວບໍລິການ, ບໍລິສັດ ຫວຽດເຟືອງ, ບໍລິສັດ ເອັນທີເອັຟ ອາກຣີ ພັດທະນາ ຈຳກັດ, ບໍລິສັດ ສອນປັນຍາຄູນ, ຈຸດສຸມທົ່ງນຶມ, ຄ້າຍທະຫານຊາຍແດນ 533 ແລະ 104 ຢູ່ເມືອງດາກຈຶງ, ຢ້ຽມຢາມ ແລະ ມອບເຂົ້າສານ 1 ໂຕນ ມູນຄ່າ 14.5 ລ້ານກີບ ແລະ ເງິນສົດຈຳນວນໜຶ່ງ ໃຫ້ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ເມືອງທ່າແຕງ ແຂວງເຊກອງ; ຢ້ຽມຊົມພາກສະໜາມຂອງບໍລິສັດທາໂກ, ບໍລິສັດ ວັງຕັດ ຂຸດຄົ້ນແຮ່ຄຳ ຈຳກັດ ຢູ່ແຂວງອັດຕະປື.
(ນາງ ກຸກກິກ ບຸດດາໄຊ)